ກຳປັ່ນຂັບໄລ່ຂອງອາເມລິກາບຸກເຂົ້າມໍ່ກັບເກາະຈີຕົນຂຶ້ນກັບໝູ່ເກາະຮ່ວາງຊາຊື່ງຈີນພວມຢືດຄອງຢ່າງຜິດກົດໝາຍ

ກຳປັ່ນຂັບໄລ່ຂອງອາເມລິກາບຸກເຂົ້າມໍ່ກັບເກາະຈີຕົນຂຶ້ນກັບໝູ່ເກາະຮ່ວາງຊາຊື່ງຈີນພວມຢືດຄອງຢ່າງຜິດກົດໝາຍ - ảnh 1
ກຳ​ປັ່ນ​ຂັບ​ໄລ່ USS Curtis Wilbur  ຂອງ​ອາ​ເມ​ລິ​ກາ
ພາບ:internet

(vovworld)- ​​​ວັນ​ທີ 30/1, ທຳນຽບ 5 ແຈ ໄດ້​ຮັບ​ຮູ້​ວ່າ: ກຳ​ປັ່ນ​ຂັບ​ໄລ່ USS Curtis Wilbur  ຂອງ​ອາ​ເມ​ລິ​ກາ ໄດ້​ບຸກ​ເຂົ້າ​ເຂດ 12 ໄມ​ທະ​ເລ​ຢູ່​ອ້ອມ​ແອ້ມ​ເກາະ ຈີ​ຕົນ ຂຶ້ນ​ກັບ​ໝູ່​ເກາະ​ຮ່​ວາງ​ຊາ ຂອງ​ຫວຽດ​ນາມ ແຕ່​ພວມ​ຖືກ ຈີນ ຢືດ​ຄອງ​ຢ່າງ​ຜິດ​ກົດ​ໝາຍ. ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ ອາ​ເມ​ລິ​ກາ Mark Wright ຊີ້​ແຈ້ງວ່າ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ລິ​ກາ ໄດ້​ປະ​ຕິ​ບັດ​ສິດ​ເສ​ລີ​ໃນ​ການ​ເດີນ​ທະ​ເລ​ຢູ່ ທະ​ເລ​ຕາ​ເວັນ​ອອກ ໃນ​ວັນ​ທີ 30/1 ໃນ​ເຂດ​ໃກ້​ຄ​ຽງ​ຂອງ​ເກາະ ຈີ​ຕົນ ຢູ່ ໝູ່​ເກາະ​ຮ່​ວາງ​ຊາ. ເມື່ອ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ສະ​ເຫນີ​ໃຫ້​ຮູ້​ປະ​ຕິ​ກິ​ລິ​ຍາ​ຂອງ​ຫວຽດ​ນາມ ກ່ຽວ​ກັບ​ເລື່ອງ ວັນ​ທີ 30/1/2016, ກຳ​ປັ່ນ​ຂັບ​ໄລ່​ຂອງ ອາ​ເມ​ລິ​ກາ ປະ​ຕິ​ບັດ "ບັ້ນ​ຄວາມ​ເສ​ລີ​ໃນ​ການ​ເດີນ​ທະ​ເລ” ໃນ​ຂອບ​ເຂດ 12 ໄມ​ທະ​ເລ ຂອງ​ເກາະ ຈີ​ຕົນ ຂຶ້ນ​ກັບ​ໝູ່​ເກາະ​ຮ່​ວາງ​ຊາ, ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ເລ​ຫາຍ​ບີງ ໄດ້​ເນັ້ນ​ຫນັກວ່າ: ອີກ​ຄັ້ງ​ຫນຶ່ງພວກ​ຂ້າ​ພ​ະ​ເຈົ້າ​ຢັ້ງ​ຢືນ, ​ອະ​ທິ​ປະ​ໄຕ​ຂອງ​ຫວຽດ​ນາມທີ່ບໍ່​ສາ​ມາດ​ປະ​ຕິ​ເສດ​ໄດ້​ສຳ​ລັບ​ ໝູ່​ເກາະ ຮ່​ວາງ​ຊາ ກໍ​ຄື ໝູ່​ເກາະ ເຈື່ອງ​ຊາ”. ຫວຽດ​ນາມ ສະ​ເຫນີ ບັນ​ດາ​ປະ​ເທດ​ ຕ້ອງ​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ ແລະ​ແທດ​ຈິງ​ເຂົ້າ​ໃນ​ການ​ຮັກ​ສາ ແລະ ເພີ່ມ​ທະ​ວີ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ ​ຢູ່​ທະ​ເລ​ຕາ​ເວັນ​ອອກ ກໍ​ຄື ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.

ຂ່າວ/ບົດ​ອື່ນ