ກຳປັນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ແລະຢີປຸ່ນຈະມາຮອດນະຄອນໂຮ່ຈິີມິນໃນລະຫວ່າງວັນທີ11-14/11

ກຳປັນຊາວໜຸ່ມອາຊີຕາເວັນອອກສ່ຽງໃຕ້ແລະຢີປຸ່ນຈະມາຮອດນະຄອນໂຮ່ຈິີມິນໃນລະຫວ່າງວັນທີ11-14/11 - ảnh 1
ກຳ​ປັ່ນ​ຊາວ​ໜຸ່ມ​ອາ​ຊີ​ຕາ​ເວ​ັນ​ອອກ​ສ່ຽງ​ໃຕ້ ແລະ ຢີ​ປຸ່ນ

(vovworld)- ​ໃນ​ການ​ເດີນ​ທະ​ເລ​ ແຫ່ງ​ນ້ຳ​ໃຈ​ມິດ​ຕະ​ພາບຖານເພື່ອນມິດ​ ຂອງ​ຊາວ​ໜຸ່ມ ທີ່​ໄປ​ຜ່ານ 5 ປະ​ເທດ ອາ​ຊີ​ຕາ​ເວ​ັນ​ອອກ​ສ່ຽງ​ໃຕ້ ແລະ ຢີ່​ປຸ່ນ, ກຳ​ປັ່ນ​ຊາວ​ໜຸ່ມ​ອາ​ຊີ​ຕາ​   ເວ​ັນ​ອອກ​ສ່ຽງ​ໃຕ້ ແລະ ຢີ​່ປຸ່ນ ຄັ້ງ​ທີ 43 (SSEAYP) ປີ 2016 ຈະ​ມາ​ຮອດ​ນະ​ຄອນ​ໂຮ່​ຈີ​ມິນ ໃນ​ລະ​ຫວ່າງ ວັນ​ທີ 11-14/11. ໃນ​​ຊຸມ​ວັນ​ແວ່​ຢາມ​ນະ​ຄອນ​ໂຮ່​ຈີ​ມິນ, ຜູ້​ແທນ​ບັ​ນ​ດາ​ປະ​ເທດ ຈະ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ ​ພົບ​ປະ​ແລກປ່ຽນ ​ ກັບ​ຊາວ​ໜຸ່ມ ແລະ ປະ​ຊາ​ຊົ​ນ​ນະ​ຄອນ​ໂຮ່​ຈີ​ມິນຫຼາຍ​ຢ່າງ. ບັນ​ດາ​ຜູ​້​ແທນ​ຈະ​ພ້ອ​ມ​ກັນ​ພົບ​ປະ​ແລ​ກ​ປ່ຽນ ​ກັບ​ສະ​ມາ​ຊິກ, ຊາວ​ໜຸ່ມ ຢູ່​ບັນ​ດາ​ຮາກ​​ຖານ ​​ຂອງ​ຄະ​ນະ​ຊາວ​ໜຸ່ມ​ນະ​ຄອນ ກ່ຽວ​ກັບ 8 ຫົວ​ຂໍ້​ໃຫ​ຍ່​ລວມ​ມີ: ວິ​ສາ​ຫະ​ກິດ​ໜຸ່ມ; ສົ່ງ​ເສີມ​ການ​ແລ​ກ​ປ່ຽນ​ຂ້າມ​ວັດ​ທະ​ນະ​ທຳ; ສິ່ງ​ແວດ​ລ້ອມ-ຫຼຸດ​ຜ່ອນ​ໄພ​ພິ​ບັດ​ທຳ​ມະ​ຊາດ; ສະ​ບຽງ​ອາ​ຫານ ແລະ ໂພ​ສະ​ນາ​ການ; ສຸ​ຂະ​ພາບ-ປ້ອງ​ກັນ​ຕ້ານ HIV/AIDS; ການ​ຮ່ວມ​ມື​ອາຊຽນ - ຢີ່​ປຸ່ນ; ການ​ສຶກ​ສາ​ໃນ​ໂຮງ​ຮຽນ; ການສື່​ສານ ແລະ ​ໂຄງສະ​ນາ.

        ກຳ​ປັ່ນ​ຊາວ​ໜຸ່ມ​ອາ​ຊີ​ຕາ​ເວ​ັນ​ອອກ​ສ່ຽງ​ໃຕ້ ແລະ ຢີ່​ປຸ່ນ ແມ່ນ​ໂຄງ​ການ​ຮ່ວມ​ມື ລະ​ຫວ່າງ ລັດ​ຖະ​ບານ 10 ປະ​ເທດ​ອາ​ຊຽນ ແລະ ຢີ​່ປຸ່ນ ເພື່ອ​ແນ​ໃ​ສ່​ເພີ່ມ​ທະ​ວີ​ການ​ພົວ​ພັນ​ພົບ​ປະ​ແລ​ກ​ປ່ຽນ, ມິດ​ຕະ​ພາບ ລ​ະ​ຫວ່າງ​ຊາວ​ໜຸ່ມ ບັນ​ດາປະ​ເທດ​ອາ​ຊຽນ ແລະ ຢີ​ປຸ່ນ. ​ລາຍ​ການ​ໄດ້​ເລີ່ມ​ຕົ້ນ​ແຕ່​ປີ 1974, ຫວຽດ​ນາມ ​ໄດ້ເຂົ້າ​ຮ່ວມ​​ລາຍ​ການ ແຕ່​ປີ 1995 ຮອດ​ປັດ​ຈຸ​ບັນ.

 

ຂ່າວ/ບົດ​ອື່ນ