ກຳປູເຈຍ:ພັກCPPຈັດກອງປະຊຸມໃຫຍ່ວິສາມັນ

ກຳປູເຈຍ:ພັກCPPຈັດກອງປະຊຸມໃຫຍ່ວິສາມັນ - ảnh 1
ພັກCPPຈັດກອງປະຊຸມໃຫຍ່ວິສາມັນ

(vovworld) – ຕອນ​ບ່າຍ​ວັນ​ທີ 30/1, ຢູ່​ໝູ່​ເກາະ Koh Pich, ພະ​ນົມ​ເປັນ, ພັກ​ປະ​ຊາ​ຊົນ ກຳ​ປູ​ເຈຍ (CPP) ກຳ​ອຳ​ນາດ​ໄດ້​ຈັດ​ກອງ​ປະ​ຊຸມ​ໃຫຍ່ວິສາມັນທົ່ວ​ປະ​ເທດ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ປະ​ມານ 1.300 ຄົນ​ທີ່​ມາ​ຈາກ​ບັນ​ດາ​ອົງ​ການ​ສູນ​ກາງ​ຢູ່ ພະ​ນົມ​ເປັນ ແລະ 25 ແຂວງ, ນະ​ຄອນ​ໃນ​ທົ່ວ​ປະ​ເທດ, ຜູ້​ຮັກ​ສາ​ການ​ປ​ະ​ທານ CPP, ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາ​ຊາ​ອະ​ນາ​ຈັກ Hun Sen ພ້ອມ​ກັບ​ປະ​ທານ​ກິ​ຕິ​ມະ​ສັກ CPP, ປະ​ທານ​ສະ​ພາ​ແຫ່ງ​ຊາດ Heng Samrin ເປັນ​ປະ​ທານ​ວາ​ລະ​ໄຂ​ກອງ​ປະ​ຊຸມ​ໃຫຍ່.

        ໃນ​ບົດ​ກ່າວ​ປາ​ໄສ​ໄຂ​ກອງ​ປະ​ຊຸມ, ທ່ານ Heng Samrin ໃຫ້​ຮູ້​ວ່າ: ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ນີ້​ຂອງ CPP ຕ້ອງ​ໂຈະ​ໄວ້​ກ່​ວາ 8 ເດືອນ​ເມື່ອ​ທຽບ​ໃສ່​ການ​ຄາ​ດ​ຄະ​ເນ​ຍ້ອນ​ ສະ​ພາບ​ການ​ເມືອງ​ສັບ​ສົນ​ພາຍ​ໃນ​ປະ​ເທດ ພາຍຫຼັງ​ການ​ເລືອກ​ຕັ້ງ​ນິ​ຕິ​ບັນ​ຍັດ​ເມື່ອ​ເດືອນ 7/2013. ພາຍຫຼັງ​ການ​ເລືອກ​ຕັ້ງ, ພັກ​ກູ້​ຊາດ ກຳ​ປູ​ເຈຍ (CNRP) ໄດ້ປະ​ຕິ​ເສດ​ເຂົ້າ​ຮ່ວມ​ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 5 ແລະ ຈັດ​ຕັ້ງ​ການ​ແຫ່​ຂະ​ບວນ​ປະ​ທ້ວງ, ເດີນ​ຂະ​ບວນ​ດ້ວຍ​ຈຸດ​ປະສົງ​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ລາ​ຊະ​ອາ​ນາ​ຈັກ ແລະ ພັກ CPP ກຳ​ອຳ​ນາດ. ທ່ານ Heng Samrin ເນັ້ນ​ໜັກ​ວ່າ: CPP ຕັດ​ສິນ​ໃຈ​ນັບ​ມື້​ນັບ​ປະ​ຕິ​ບັດ​ບົດ​ບາດ​ນຳ​ພາ​ຂອງ​ຕົນ​ຢ່າງ​ຖືກ​ຕ້ອງ, ເໝາະ​ສົມ​ກັບ​ສະ​ພາບ​ການ​ພິ​ເສດ​ຂອງ ກຳ​ປູ​ເຈຍ,ເພື່ອ​ໃຫ້​ພັກ​ນີ້​ຍັງ​ຄົງ​ສືບ​ຕໍ່​ເປັນຕົວແທນ​ໃຫ້​ສິດ​ຜົນ​ປະ​ໂຫຍດ​ຂອງ​ປະ​ຊາດ ແລະ ປະ​ຊາ​ຊົນ​ໃນ​ທຸກໆ​ສະ​ພາບ​ການ.


ຂ່າວ/ບົດ​ອື່ນ