ກຳປູເຈຍສະກັດກັ້ນການກະທຳຂອງ”ການປະຕິວັດສີ”ສຳເລັດຜົນ

ກຳປູເຈຍສະກັດກັ້ນການກະທຳຂອງ”ການປະຕິວັດສີ”ສຳເລັດຜົນ - ảnh 1
ທ່ານນາຍົກລັດຖະມົນຕີ ກຳປູເຈຍ Hun Sen
(ພາບອິນເຕີແນັດ)

(vovworld)-​ກ​ຳ​ປູ​ເຈຍ ໄດ້​ສະ​ກັດ​ກັ້ນ​ຂະ​ບວນການ​ “ວັນ​ຈັນ​ສີ​ດຳ” ລົງ​ຖະ​ຫນົນ ໂດຍບັນດາ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ພາຍ​ໃນ​ປະ​ເທດ​ປຸກ​ລະ​ດົມສຳ​ເລັດ​ຜົນ. ນີ້​ແມ່ນຂະ​ບວນການ ຊື່ງ​ບັນ​ດາ​ນັກ​ໄຈ້​ແຍກ​ດ້ານ​ການ​ເມືອງ​ຖື​ວ່າ ແມ່ນ ໜໍ່​ແໜງ​ຂອງ “ການ​ປະ​ຕິ​ວັດ​ສີ” ​ເຊິ່ງຕ້ອງສະ​ກັດ​ກັ້ນ. ກ່ອນນີ້ 1 ເດືອນ, ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ກ​ຳ​ປູ​ເຈຍ ໄດ້​ຈັບ​ຕົວ ພາ​ລະ​ກອນ 4 ຄົນ​ ສັງ​ກ​ັດ​ອົງ​ການບໍ່​ຂຶ້ນ​ກັບ​ລ​ັດ​ຖະ​ບານ ແລະ ຮອງ​ເລ​ຂາ​ທິ​ການ​ໃຫຍ່​ຂອງ​ຄະ​ນະ​ກຳ​ມະ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດ ກຳ​ປູ​ເຈຍ ​ຜູ້​ຫນຶ່ງ ຍ້ອນໂທດ​ສໍ້​ລາດ​ບັງ​ຫລວງ. ເຖິງ​ຢ່າງ​ໃດ​ກໍ​ຕາມ ​ຫລັງຈາກ​ນັ້ນ​ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານຈຳ​ນວນ​ຫນຶ່ງ ​ພາຍ​ໃນ​ປະ​ເທ​ດ​ກຳ​ປູ​ເຈຍ​ຄື: ADHOC ແລະ LICADHOໄດ້​ປຸ​ກລະ​ດົມ ແລະ ປະ​ຕິ​ບັດ​ຂະ​ບວນການ “ວັນ​ຈັນ​ສີ​ດຳ​” ໝາຍ​ຄວາມ​ວ່າ ວັນ​ຈັນ​ປະ​ຈຳ​ອາ​ທິດ ນຸ່ງ​ເສື້ອ​ສີ​ດຳ​ລົງ​ຖະ​ຫນົນ​ແຫ່​ຂະ​ບວນ​ຮຽກ​ຮ້ອງ​ລັດ​ຖະ​ບານ ປ່ອຍ​ຕົວ​ໃຫ້​ບັນ​ດາ​ຜູ້​ຖືກ​ຈັບ​ຕົວ.

ຂ່າວ/ບົດ​ອື່ນ