ກຳປູເຈຍຮັບຮູ້ຖານະ ສ.ສ.ຊ ຂອງຜູ້ນຳພັກຝ່າຍຄ້ານ

ກຳປູເຈຍຮັບຮູ້ຖານະ ສ.ສ.ຊ ຂອງຜູ້ນຳພັກຝ່າຍຄ້ານ - ảnh 1
ທ່ານ Sam Rainsy ປະທານ​ພັກ​ກູ້​ຊາດ​ກຳປູ​ເຈຍ ໃນການປະຊຸມຂ່າວ

(vovworld)- ວັນ​ທີ 25/7, ທ່ານ​ເລຂາທິການ​ໃຫຍ່​ຄະນະ​ກຳມະການ​ເລື​ແກ​ຕັ້ງ​ແຫ່ງ​ຊາດ​ກຳ​ປູ​ເຈຍ(NEC) Tep Nitha ​ໃຫ້​ຮູ້​ວ່າ ອົງການ​ນີ້​ໄດ້ຮັບ​ຮູ້​ທ່ານ Sam Rainsy ປະທານ​ພັກ​ກູ້​ຊາດ​ກຳປູ​ເຈຍ ​ແມ່ນ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ສັງກັດ​ ພັກ​ກູ້​ຊາດ​ກຳປູ​ເຈຍ ຢູ່​ແຂວງ Kampong Cham.

     ກ່ອນ​ໜ້າ​ນັ້ນ, ວັນທີ 22/7, ພັກ​ປະຊາຊົນ​ກຳປູ​ເຈຍ ກຳ​ອຳນາດ ​ແລະ ພັກ​ກູ້​ຊາດ​ກຳປູ​ເຈຍຝ່າຍ​ຄ້ານ ​ໄດ້​ບັນລຸ​ຂໍ້​ຕົກລົງ​ຢຸດຕິ​ສະພາບ​ບໍ່​ມີ​ທາງ​ອອກ​ດ້ານ​ການ​ເມືອງ​ທີ່​ແກ່ຍາວ​ເກືອບ 1 ປີ ທີ່​ຜ່່ານມາ ນັບ​ຕັ້ງ​ແຕ່​ການ​ເລືອກ​ຕັ້ງສະພາ​ແຫ່ງ​ຊາດ   ​ກຳ​ປູ​ເຈ​ຍ​ເມື່ອວັນ​ທີ 28/7/2013.

ຂ່າວ/ບົດ​ອື່ນ