ກຳປູເຈຍເຜີຍແຜ່ ແຜນທີ່ແບ່ງກຳນົດຊາຍແດນກັບຫວຽດນາມ


    ກຳປູເຈຍເຜີຍແຜ່ ແຜນທີ່ແບ່ງກຳນົດຊາຍແດນກັບຫວຽດນາມ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກຳ​ປູ​ເຈຍ ຮຸນ​ແຊນ

(vovworld)- ໃນການ​ປະ​ຊຸມ​ລັດ​ຖະ​ບານ ເມື່ອ​ວັນ​ທີ 9/10, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກຳ​ປູ​ເຈຍ ຮຸນ​ແຊນ ໄດ້​ຊີ້​ນຳ​ບັນ​ດາ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ປະ​ເທດນີ້ ເຜີຍ​ແຜ່​ເຖິງ​ທຸກໆ​ຄົນ​ກ່ຽວ​ກັບ​ແຜນ​ທີ່​ແບ່ງ​ກຳ​ນົດ​ຊາຍ​ແດນ​ກັບ​ຫວຽດ​ນາມ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກຳ​ປູ​ເຈຍ ຮຸນ​ແຊນ ເນັ້ນ​ໜັກ​ວ່າ ບັນ​ດາ​ເອ​ກະ​ສານ​ທີ່​ກ່ຽວ​ຂ້ອງ​ເຖິງ​ແຜນ​ທີ່​ແບ່ງ​ກຳ​ນົດ​ຊາຍ​ແດນ​ກັບ​ຫວຽດ​ນາມ ບໍ່​ພຽງ​ແຕ່​ແມ່ນຫຼັກ​ຖານ​ຕົວ​ຈິງ​ໂດຍ​ກະ​ສັດ ແລະ ສະ​ພາ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ໃຫ້​ສັດ​ຕະ​ຍາ​ບັນ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ພະ​ຍານຫຼັກ​ຖານ​ປະ​ຫວັດ​ສາດ​ໃນ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ​ກ່ຽວ​ກັບ​ຜືນ​ແຜ່ນ​ດິນ​ແຫ່ງ​ຊາດ​ອີກ​ດ້ວຍ. ຕາມ​ການ​ນຳ​ກຳ​ປູ​ເຈຍ​ແລ້ວ, ເອ​ກະ​ສານ​​ນີ້ ຍັງ​ຢັ້ງ​ຢືນ​ຄວາມ​ກະ​ຈ່າງແຈ້ງ, ເຂັ້ມ​ງວດ ແລະ ມີ​ຄວາມ​ຮັບ​ຜິດ​ຊອບ​ຢ່າງ​ສູງ​ຂອງ​ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ​ໃນ​ການ​ປັກ​ປັ​ກ​ຮັກ​ສາ​ອະ​ທິ​ປະ​ໄຕ, ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ ແລະ ອະ​ທິ​ປະ​ໄຕ​ຂອງ​ປະ​ເທດ​ຊາດ​ກຳ​ປູ​ເຈຍ, ທັບ​ມ້າງ​ບັນ​ດາ​ຄຳ​ກ່າວ​ຫາ​ທີ່​ໄຮ​້​ຍຸດ​ຕິ​ທຳ ແລະ ຜິດ​ພາດ​ວ່າ ພັກ​ປະ​ຊາ​ຊົນ​ກຳ​ປູ​ເຈຍ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີກຳ​ປູ​ເຈຍ ຮຸນ​ແຊນ ໄດ້ຂາຍດິນ​ໃຫ້​ແກ່​ຫວຽມ​ນາມ.

ຂ່າວ/ບົດ​ອື່ນ