ກຳປູເຈຍແລະລາວເພີ່ມທະວີການຮ່ວມມືປ້ອງກັນຊາດ

ກຳປູເຈຍແລະລາວເພີ່ມທະວີການຮ່ວມມືປ້ອງກັນຊາດ - ảnh 1
ທ່ານTea Banh,ລັດ​ຖະ​ມົນ​ຕ​ີ​ວ່າ​ການ​ກະ​ຊວງ​ປ​ອ້ງ​ກັນ
​ປະ​ເທດກຳ​ປູ​ເຈຍ ພົບ​ປະ​ກັບ​ປະ​ທານ​ປະ​ເທດ​ລາວ
ຈູມ​ມາ​ລີ ໄຊ​ຍະ​ສອນ
ພາບ​:TTXVN

(vovworld)- ​ວັນ​ທີ 2/3, ທ່ານ Tea Banh, ລັດ​ຖະ​ມົນ​ຕ​ີ​ວ່າ​ການ​ກະ​ຊວງ​ປ​ອ້ງ​ກັນ​ປະ​ເທດ ກຳ​ປູ​ເຈຍ ໄດ້​ເຈ​ລະ​ຈາ​ກັບ​ຄູ່​ຕຳ​ແຫນ່ງ ລາວ ແສງນວນ ໄຊ​ຍະ​​ລາດ ພວມ​ຢູ່​ຢ້ຽມ​ຢາມ ກຳ​ປູ​ເຈຍ, ຜ່ານນັ້ນ ສອງ​ຝ່າຍ ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ບັນ​ດາ​ການ​ພົວ​ພັນ​ສອງ​ຝ່າຍກວ່າ​ອີກ ກໍ​ຄື​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ. ກຳ​ປູ​ເຈຍ ແລະ ລາວ ເຫັນ​ດີ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ​ກ່ຽວ​ຂ້ອງ​ເຖິງ​ບັນ​ດາ​ບັນ​ຫາ​ປ້ອງ​ກັນ​ຄວ​າມ​ສະ​ຫງົບ ກໍ​ຄື​ປະ​ຕິ​ບັດ​ບັນ​ດາ​ການ​ຢ້ຽມ​ຢາມ​ເຊິ່ງ​ກັນ ແລະ​ກັນ ລະ​ຫວ່າງ​ບັນ​ດາ​ຄະ​ນະ​ຜູ້​ແທນ​ປ້ອງ​ກັນ​ປະ​ເທດ​ຢູ່​ທຸກ​ຂັ້ນ ເພື່ອ​ແບ່ງ​ປັນ​ບົດ​ຮຽນ ແລະ ວຽກ​ງານ​ວິ​ຊາ​ສະ​ເພາະ. ສິ້ນ​ສຸດ​ການ​ເຈ​ລະ​ຈາ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ລາວ ແລະ ກຳ​ປູ​ເຈຍ ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຊ່ວຍ​ຈຳ​ກ່ຽວ​ກັບ​ການ​ຮ່ວມ​ມື. ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ລາວ ແສງນວນ ໄຊ​ຍະ​ລາດ ຢ້ຽມ​ຢາມ​ກຳ​ປູ​ເຈຍ ຢ່າງ​ເປັນ​ທາງ​ການ​ໃນ​ເວ​ລາ 4 ວັນ ແຕ່​ວັນ​ທີ 28/2.

 

ຕອບກັບ

ຂ່າວ/ບົດ​ອື່ນ