ກຳປູເຈຍແລະອາເມລິກາ ກະກຽມການຊ້ອມຮົບ ຮ່ວມ


ກຳປູເຈຍແລະອາເມລິກາ ກະກຽມການຊ້ອມຮົບ ຮ່ວມ - ảnh 1

(ພາບ: TTXVN)

 (vovworld)- ຕາມ​​ແຜນການ​ໄດ້​ປະກາດ​ເມື​ອ່ວັນ​ທີ 18/4, ກຳປູ​ເຈຍ ​ແລະ ອາ​ເມ​ລິ​ກາ​ ຈະ​ດຳ​ເນີນ​ການ​ຊ້ອມ​ຮົບ​ຮ່ວມ​ໃນ​ອາທິດ​ໜ້າ ​ເພື່ອ​ແນ​ໃສ່​ສ້າງຄວາມ​ສາມາດ​ໃຫ້​ແກ່​ບັນດາ​ກຳລັງ​ປະກອບ​ອາວຸດ​ກຳປູ​ເຈຍ ​ແລະ ຊຸກຍູ້​ການ​ພົວພັນ​ດ້ານ​ການ​ທະຫານ​ສອງ​ຝ່າຍ.

   ການ​ຊ້ອມ​ຮົບ​ປະຈຳ​ປີ​ນີ້​ຈະ​ແກ່ຍາວ​ໃນ​ເວລາ 10 ວັນ (21-30/4) ຢູ່​ສູນ​ຝຶກ​ອົບຮົມ​ກຳລັງ​ປົກ​ປັກ​ຮັກສາ​ສັນຕິພາບ​ຫຼາຍ​ປະ​ເທດ, ຫ່າງ​ຈາກ​ນະຄອນຫຼວງພະນົມ​ເປັນ ຂອງ​ກຳປູ​ເຈຍ ປະມານ 70 ກມ ​ໄປ​ທາງ​ທິດຕາ​ເວັນ​ຕົກ. ການ​ຊ້ອມ​ຮົບ​ຮ່ວມ​ນີ້​ສຸມ​ໃສ່​ບັນດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ມະນຸດສະທຳ ​ແລະ ປົກ​ປັກ​ຮັກສາ​ສັນຕິພາບ ​ເພື່ອ​ແນ​ໃສ່​ຊຸກຍູ້​ສັນຕິພາບ ​ແລະ ຄວາມ​ສະຫງົບ​ປອດ​ໄພ​ໃນ​ພາກ​ພື້ນ.

   ​ໃນ​ຊ້ອມ​ຮົບ​ຮ່ວມ​ເປັນຄັ້ງທຳ​ອິດລະຫວ່າງ ກຳປູ​ເຈຍ ​ແລະ ອາ​ເມ​ລິ​ກາ​ ຖືກ​ຈັດ​ຂຶ້ນ​ເມື່ອ​ປີ 2010. ​ໃນ​ການ​ຊ້ອມ​ຮົບ​ປີ 2013 ມີ​ທະຫານ​ກຳປູ​ເຈຍ​ກ່ວາ 230 ຄົນ ​ແລະ ທະຫານ​ອາ​ເມ​ລິ​ກາ​ເກືອບ 80 ຄົນ​ເຂົ້າຮ່ວມ./.

ຂ່າວ/ບົດ​ອື່ນ