ກຳມະກອນ ຫວຽດນາມ ເກືອບ 100 ຄົນ ຈາກ ລີບີ ກັບເມືອປະເທດ

ກຳມະກອນ ຫວຽດນາມ ເກືອບ 100 ຄົນ ຈາກ ລີບີ ກັບເມືອປະເທດ - ảnh 1
ພາບປະກອບ

 (vovworld)-​ ໂດຍ​ສືບ​ຕໍ່​ແຜນ​ການ​ສົ່ງກຳ​ມະ​ກອນ​ 682 ຄົນ ຂອງ​ບໍ​ລິ​ສັດ Minamax ພວມ​ເຮັດ​ວຽກໃຫ້​ແກ່ ນັກ​ປະ​ມູນ Hyundai Engineering ຂອງ ສ.ເກົາ​ຫລີ ຢູ່​ລີ​ບີ​ກັບ​ເມືອ​ປະ​ເທດ​ຫວຽດ​ນາມ, ຕອນ​ຄ່ຳ ວັນ​ທີ 10/8, ​ບໍ​ລິ​ສັດການ​ບິນ ລີ​ບີ ໄດ້​ສົ່ງກຳ​ມະ​ກອນ ຫວຽດ​ນາມ​ 94 ຄົນ ຈາກ​​ສະ​ໜາມ​ບິນ La Abrak ຢູ່ ພາກ​ຕາ​ເວັນ​ອອກ ລີ​ບີ ​ໄປສະ​ໜາມ​ບິນ​ສາ​ກົນ Cairo ຂອງ ອີ​ຢິບ. ຕອນ​ເຊົ້າ ວັນ​ທີ 11/8 ເຮືອ​ບິນ ຂອງ ບໍ​ລິ​ສັດ​ການ​ບິນ​ ຫວຽດ​ນາມ​ VN9052 ໄດ້​ສົ່ງ ກໍ​າມະ​ກອນ 94 ຄົນເດີນ​ທາງຈາກ Cairo ​ມາ​ຮອດ ຮ່າ​ໂນ້ຍ. ເຮືອ​ບິນລຳ​ດັ່ງ​ກ່າວ​ໄດ້​ລົງ​ຈອດ​ຢູ່ສະ​ໜາມ​ບິນ ໂນ້ຍ​ບາຍ​ ໃນເວ​ລາ 13 ໂມງ 50 ນາ​ທີ ​ຂອງວັນ​ທີ 11/8. ​ເປັນ​ອັນ​ວ່າບໍ​ລິ​ສັດການ​ບິນ​ ​ລີ​ບີ ບໍ່​ສາ​ມາດ​ປະ​ຕິ​ບັດ 4 ຖ້ຽວຢ່າງ​ຄົບ​ຖ້ວນ​ຕາມ​ຂໍ້​ຕົກ​ລົງ ກັບ Hyundai Engineering ຍ້ອນ​​ການ​ບໍ​ລິ​ການ​ຮັບ​ໃຊ້​ຜູ້​ໂດຍ​ສານ​ຢູ່ສະ​ໜາມ​ບິນ​ La Abrak ​ເກີນ​ຂອບ​ເຂດ.


ຂ່າວ/ບົດ​ອື່ນ