ກຳມະບານຍັງຕ້ອງການຊຸກຍູ້ການພັດທະນາຂອງວິສາຫະກິດ

ກຳມະບານຍັງຕ້ອງການຊຸກຍູ້ການພັດທະນາຂອງວິສາຫະກິດ - ảnh 1
(ທ່ານ​ເລຂາ​ຄະນະ​ພັກ ດີງລາ​ທັງ ​ເຮັດ​ວຽກ​ກັບສະຫະພັນ​ໃຫຍ່​
ແຮງ​ງານ ຫວຽດນາມ ​ກັບ​ສະຫະພັນ​ແຮງ​ງານ​ນະຄອນ)

(vovworld) - ​ ຕອນ​ເຊົ້າ​ວັນ​ທີ 01/03, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ​ໂຮ່ຈີ​ມິນ ດີງລາ​ທັງ ​ເຮັດ​ວຽກ​ກັບສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ກັບ​ສະຫະພັນ​ແຮງ​ງານ​ນະຄອນ. ນະທີ່​ນີ້, ທ່ານ​ເລຂາ​ຄະນະ​ພັກ​ນະຄອນ ດີງລາ​ທັງ ​ເນັ້ນ​ໜັກ​ວ່າ: ກຳມະບານ​ຕ້ອງ​ສະ​ແດງ​ບົດບາດ​ໃນ​ການ​ສ້າງ​ໂຄງ​ປະກອບ​ບັນດາ​ວິ​ສາ​ຫະກິດ​ຄືນ​ໃໝ່, ​ເພາະວ່າ ​ເລື່ອງ​ສ້າງ​ໂຄງ​ປະກອບ​ຄືນ​ໃໝ່ມີ​ຜົນ​ສະທ້ອນ​ເຖິງ​ຜົນ​ປະ​ໂຫຍ​ດຂອງ​ຜູ້​ອອກ​ແຮງ​ງານ. ກຳມະບານ​ກໍ່​ຕ້ອງ​ຕິດຕາ​ມບັນຫາ​ການ​ເງິນ, ປະກັນ​ສັງຄົມ​ໃຫ້​ແກ່​ຜູ້​ອອກ​ແຫງ​ງານຢ່າງ​ແໜ້ນ​ແຟ້ນ​ເພື່ອ​ມີ​ວິທີ​ການ​ແກ້​ໄຂ​ຢ່າງ​ທັນ​ການ, ບໍ່​ໃຫ້ເຈົ້າ​ຂອງ​ວິ​ສາ​ຫະກິດໜີ​ໄປກໍ່​ຄວາມ​ເສຍ​ຫາຍ​ໃຫ້​ຜູ້​ອອກ​ແຮງ​ງານ…​ທ່ານ ດີງລາ​ທັງ ​ເນັ້ນ​ໜັກ​ວ່າ:

        “ກຳມະບານ​ຕ້ອງ​ເປັນ​ຕົວ​ແທນ ​ເມື່ອ​ພ້ອມ​ກັບ​ເຈົ້າ​ຂອງ​ວິ​ສາ​ຫະກິດ ​ເຮັດ​ໃຫ້​ວິ​ສາ​ຫະກິດ​ດີ​ກ່ວາ​ອີກ. ຕ້ອງ​ກຳນົດ​ວ່າ ກຳມະບານ, ຜູ້​ອອກ​ແຮງ​ງາ​ນຂອງ​ພວກ​ເຮົາ ​ແມ່ນ​ຂອງ​ໄລຍະ​ເຊື່ອມ​ໂຍງ. ສຳລັບ​ໄລຍະ​ເຊື່ອມ​​ໂຍງ ​ແມ່ນຕ້ອງການ​ບັນດາ​ບັນຫາ​ໃດ, ​ ຫາກ​ຕີ​ລາຄາ​ຄຸນ​ນະພາ​ບ​ແຮງ​ງານ​ຄື​ແນວ​ນີ້ ​ແມ່ນບໍ່​ສາມາດ​ເຊື່ອມ​ໂຍງ​ໄດ້”

ຂ່າວ/ບົດ​ອື່ນ