ກຳມະບານ້ປັນຜູ້ຕາງໜ້າໃຫ້ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນຢ່າງແທ້ຈິງ

ກຳມະບານ້ປັນຜູ້ຕາງໜ້າໃຫ້ສິດຜົນປະໂຫຍດຂອງຊົນຊັ້ນກຳມະກອນຢ່າງແທ້ຈິງ - ảnh 1
ທ່ານ​ຫງວຽນ​ທ້ຽນ​ເຍີນ ເຮັດວຽກກັບ
ສະຫະພັນໃຫຍ່ແຮງງານ ຫວຽດນາມ

(vovworld) – ​ ທີ່​ການ​ເຮັດ​ວຽກ​ກັບ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ໃນ​ຕອນ​ເຊົ້າ​ວັນ​ທີ 20/09, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປ​ະເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຖື​ວ່າ: ​ໃນ​ສະພາບ​ການ ຫວຽດນາມ ​ພວມເຂົ້າ​ຮ່ວມ​ບັນດາ​ສັນຍາ​ການ​ຄ້າ​ເສລີ​ ​ໃໝ່, ພິ​ເສດ ​ແມ່ນ​ສັນຍາ ຄູ່​ຮ່ວມ​ມື​ຂ້າມ​ປາຊີ​ຟິກ (TPP) ສະຫະພັນ​ໃຫຍ່​ແຮງ​ງານ​ຄວນ​ຍົກ​ສູງ​ບົດບາດ, ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​, ​ເປັນ​ຜູ້ຕາງໜ້າ​ໃຫ້​ສິດຜົນ​ປະ​ໂຫຍ​ດຂອງ​ຊົນ​ຊັ້ນ​ກຳມະກອນຢ່າງ​ແທ້​ຈິງ. ​​ເມື່ອ​ຕີ​ລາຄາສູງ​ແຜນ​ຮ່າງ “ປ່ຽນ​ໃໝ່​ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫ​ວຂອງກຳມະບານ ຫວຽດນາມ ​ໃນ​ສະພາບ​ການ​​ໃໝ່” ຈະ​ໄດ້ຮັບ​ການ​ປະຕິບັດ​ໃນ​ໄລຍະ 10 ປີນັບ​ແຕ່​ປີ 2016 – 2025, ທ່ານ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ວ່າ:

        “​ນັບແຕ່​ວຽກ​ງານ​ໂຄສະນາ, ການ​ສຶກສາ​ຕະຫລອດຮອດ​ຂະ​ບວນການ​ກະທຳ​ການ​ປະຕິວັດ, ​ການ​ເສີມ​ຂະຫຍາຍ​ປະຊາທິປະ​ໄຕ, ​ການປົກ​ປັກ​ຮັກສາ​ສິດຜົນປະ​ໂຫຍ​ດຂອງ​ສະມາຊິກ​ກຳມະບານ, ການປະຕິບັດ​ການ​ຕິດຕາມ​ກວດກາ, ​ການໄຈ້​ແຍ້​ກຕີ​ລາຄາ ​ແລະ ວຽກ​ງານ​ສ້າງ​ອົງການຈັດ​ຕັ້ງ​ຂອງ​ກຳມະບານ​ທຸກ​ຂັ້ນ; ນະ​ໂຍບາຍ​ພະນັກງານ. ພິ​ເສດ​​ແມ່ນສົມທົບ​ກັນ​ຈັດ​ຕັ້ງ​ຂະ​ບວນການ​ຂອງ​ມະ​ຫາ​ຊົນ​ເວົ້າ​ລວມ ​ແລະ ​ໃນ​ກຸ່ມ​ກຳມະບານ​ຕິດ​ພັນ​ກັບ​ການ​ເຊື່ອມ​​ໂຍງ​ສາກົນ, ຕິດ​ພັນ​ກັບ​ສະມັດ​ຕະພາບ ຄຸນ​ນະພາ​ບ ປະສິດທິ​ຜົນ​ໃນ​ໄລຍະ​ຈະ​ມາ​ເຖິງ.

 

 

ຂ່າວ/ບົດ​ອື່ນ