ກຳມາທິການພົວພັນຕ່າງປະເທດສະພາຕ່ຳອາເມລິກາອອກຖະແຫຼງການຢັ້ງຢືນເລື່ອງ ຈີນລະເມີດອຳນາດອະທິປະໄຕຂອງຫວຽດນາມ

(VOVWORLD) - ວັນທີ 26 ກໍລະກົດ, ທ່ານ Eliot Engel ປະທານກຳມາທິການພົວພັນຕ່າງປະເທດສະພາຕ່ຳ ອາເມລິກາ ໄດ້ອອກຖະແຫຼງການກ່ຽວກັບການແຊກແຊງຂອງ ຈີນ ຢູ່ເຂດທະເລ ຫວຽດນາມ ຄຸ້ມຄອງ.
ກຳມາທິການພົວພັນຕ່າງປະເທດສະພາຕ່ຳອາເມລິກາອອກຖະແຫຼງການຢັ້ງຢືນເລື່ອງ ຈີນລະເມີດອຳນາດອະທິປະໄຕຂອງຫວຽດນາມ - ảnh 1 ທ່ານ Eliot Engel ປະທານກຳມາທິການພົວພັນຕ່າງປະເທດສະພາຕ່ຳ ອາເມລິກາ  (ພາບ: VOV)

ຖະແຫຼງການໃຫ້ຮູ້ວ່າ: ບັນດາການເຄື່ອນໄຫວໃນໄລຍະມໍ່ໆມານີ້ຂອງ ຈີນ ຢູ່ທະເລຕາເວັນອອກ ແມ່ນພະຍານຫຼັກຖານໃນເລື່ອງປະເທດໜຶ່ງທີ່ເປີດເຜີຍການໄປຝືນກັບກົດໝາຍສາກົນ. ຕາມສົນທິສັນຍາສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ, ການກະທຳຂອງ ຈີນ ໄດ້ລະເມີດອຳນາດອະທິປະໄຕຂອງ ຫວຽດນາມ ແລະ ບັນດາສິດຖືກຕ້ອງຕາມກົດໝາຍຂອງ ຫວຽດນາມ ໃນເຂດເສດຖະກິດຈຳເພາະຂອງຕົນ. ນີ້ແມ່ນການກະທຳນາບຂູ່ ຫວຽດນາມ ແລະ ເປັນພະຍານຫຼັກຖານໃນເລື່ອງ ຈີນ ຕັ້ງໃຈບັງບຽດບັນດາປະເທດບ້ານໃກ້ເຮືອນຄຽງ. ບັນດາການກະທຳຄືດັ່ງກ່າວ ໄດ້ສະແດງໃຫ້ເຫັນວ່າ ຈີນ ເຜີບແບການຖືເບົາກົດໝາຍສາກົນ ແລະ ການທູດ. ທ່ານ Eliot Engel ປະທານກຳມາທິການພົວພັນຕ່າງປະເທດສະພາຕ່ຳ ອາເມລິກາ ຢັ້ງຢືນວ່າ ທ່ານສະໜັບສະໜູນ ຫວຽດນາມ ແລະ ບັນດາຄູ່ຮ່ວມມືຂອງ ອາເມລິກາ ໃນພາກພື້ນ ໃນການກ່າວປະນາມການກະທຳທີ່ກໍ່ການທະເລາະວິວາດນີ້. ທ່ານກໍ່ຮຽກຮ້ອງໃຫ້ ຈີນ ຖອນກ່ຳປັ່ນທັງໝົດອອກຈາກເຂດນ່ານນ້ຳ ຂອງບັນດາປະເທດບ້ານໃກ້ເຮືອນຄຽງໃນທັນທີ ແລະ ຢຸດຕິບັນດາການກະທຳທີ່ຂົ່ມເຫັງເຕັງເຕັກຜິດກົດໝາຍຂອງຕົນ.

ຕອບກັບ

ຂ່າວ/ບົດ​ອື່ນ