ກຳລັງກອງທັບຕັ້ງໜ້າປ້ອງກັນ, ຕ້ານອາດຊະຍາກຳ

ກຳລັງກອງທັບຕັ້ງໜ້າປ້ອງກັນ, ຕ້ານອາດຊະຍາກຳ - ảnh 1
(ພາບປະກອບ)

​(vovworld) - ຕອນ​ເຊົ້າ​ວັນ​ທີ 26/05, ຢູ່​ຮ່າ​ໂນ້ຍ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ໄດ້​ຈັດ​ກອງ​ຊຸມ​ວຽກ​ງານ​ຕໍ່ສູ້, ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ; ຕ​້ານການ​ສໍ້​ລາດ​ບັງ​ຫຼວງ, ຄ້າ​ເຖື່ອນ, ສໍ້​ກົງ​ການ​ຄ້າ, ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸ້ມ​ເຟືອຍ. ນັບ​ແຕ່​ເວລາ​ສ້າງ​ຕັ້ງ​ຄະນະ​ຊີ້​ນຳ 1389 (19/07/2014) ມາ​ຮອດ​ປະຈຸ​ບັນ, ບັນດາ​ອົງການ​ສືບ​ສວນ​ອາຍາ​ໃນ​ກອງທັບ, ທະຫານ​ລາດ​ຕາ​ເວັນ, ຕຳຫຼວດ​ທະ​ເລ ​ແລະ ກຳລັງ​ທີ່​ກ່ຽວ​ຂ້ອງ ​ໄດ້​ສົມ​ທົບ​ກັນ, ຈັບ​ຕົວ, ລົງ​ໂທດ​ກວ່າ 3000 ຄະດີ​. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ພົນ​ໂທ ຫງວຽນ​ແທ້ງ​ກຸງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນປະ​ເທດ, ຫົວໜ້າ​ຄະນະ​ຊີ້​ນຳ 1389, ສະ​ເໜີ​ໃຫ້​ຜູ້​ບັນຊາ​ທຸກ​ຂັ້ນ ຕ້ອງ​​ເດັດ​ດຽວ​ປະຕິບັດ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ; ຕ້າ​ນການສໍ້​ລາດ​ບັງ​ຫຼວງ, ຄ້າ​ເຖື່ອນ, ສໍ້​ກົງ​ການ​ຄ້າ, ປະຕິບັດ​ການ​ປະຢັດ, ຕ້ານ​ການ​ຟຸ້ມ​ເຟືອຍ, ພ້ອມ​ທັງ​ຍູ້​ແຮງ​ວຽກ​ງານ​ໂຄສະນາ​ໃຫ​້ປະຊາຊົນ​ທ້ອງ​ຖິ່ນ​ປະຕິບັດ​ຂະ​ບວນການ​ທົ່ວ​ປວງ​ຊົນ​ເຂົ້າ​ຮ່ວມ​ການ​ປ້ອງ​ກັນ, ຕ້ານ​ອາດຊະຍາ​ກຳ.
ຂ່າວ/ບົດ​ອື່ນ