ກຳລັງຄວາມສາມາດແກ່ງແຍ້ງ ແລະ ພັດທະນາກວມລວມໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4

(VOVWORLD) - ໃນຂອບເຂດຂໍ້ຕົກລົງຮ່ວມມືລະຫວ່າງລັດຖະບານ ຫວຽດນາມ ແລະ ເວທີປາໄສເສດຖະກິດໂລກ (WEF), ຕອນເຊົ້າວັນທີ 17 ພະຈິກ ທີ່ຮ່າໂນ້ຍ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ສົມທົບກັບເວທີປາໄສເສດຖະກິດໂລກ (WEF) ຈັດຕັ້ງກອງປະຊຸມສຳມະນາ “ກຳລັງຄວາມສາມາດແກ່ງແຍ້ງ ແລະ ພັດທະນາກວມລວມໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4”.
ກຳລັງຄວາມສາມາດແກ່ງແຍ້ງ ແລະ ພັດທະນາກວມລວມໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ (ພາບ: TTXVN) 

ກ່າວຄຳເຫັນທີ່ກອງປະຊຸມສຳມະນາ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ຢືນຢັນວ່າ: ຈາກແງ່ມູມເປັນລັດຖະບານສ້າງສັນ, ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາວ່າ ຈະມີການພົບປະເຈລະຈາ, ເຮັດວຽກຢ່າງແໜ້ນແຟ້ນກັບປະຊາຄົມວິສາຫະກິດ, ບັນດານັກຊ່ຽວຊານທັງຢູ່ພາຍໃນ ແລະ ຕ່າງປະເທດເປັນປະຈຳ ເພື່ອຊອກຮູ້ ແລະ ລົບລ້າງບັນດາຮົ້ວກີດຂວາງ, ບັນດາບັນຫາໄດ້ ແລະ ອາດຈະເກີດຂຶ້ນ; ປັບປຸງກອບກົດໝາຍ, ສ້າງກົນໄກ ແລະ ສ້າງບັນດາໂຄງການດຳເນີນງານທີ່ຈຳເປັນ.

        ທີ່ກອງປະຊຸມສຳມະນາ, ບັນດາຜູ້ແທນໄດ້ປຶກສາຫາລືບາງເນື້ອໃນກ່ຽວກັບສະພາວະ ຫວຽດນາມ ແກ່ງແຍ້ງ ແລະ ກວມລວມ; ບົດບາດຂອງວິສາຫະກິດໃນການຊຸກຍູ້ການພັດທະນາກວມລວມ; ການຄາດຄະເນຜົນກະທົບສັງຄົມຂອງວິສາຫະກິດ ແລະ ບົດບາດຂອງວິສາຫະກິດໃນການຊຸກຍູ້ການພັດທະນາກວມລວມ.

ຕອບກັບ

ຂ່າວ/ບົດ​ອື່ນ