ກຳລັງປ້ອງກັນຄວາມສະຫງົບອີຢິບດັບສູນທະຫານກະໂບດຫົວຮຸນແຮງນັບສິບຄົນຢູ່ແຫຼມSinai

ກຳລັງປ້ອງກັນຄວາມສະຫງົບອີຢິບດັບສູນທະຫານກະໂບດຫົວຮຸນແຮງນັບສິບຄົນຢູ່ແຫຼມSinai - ảnh 1
ແຫຼມ Sinai
(ພາບ​ປະ​ກອບ)

(vovworld) – ມີ​ພວກຫົວ​ຮຸນ​ແຮງຢ່າງ​ໜ້ອຍ​ສຸດ​ 20 ຄົນ​ຖືກ​ດັບ​ສູນ, ໃນ​ຂະ​ນະ​ນັ້ນ 16 ຄົນ​ອື່ນກໍ່​​ຖືກ​ຈັບ​ຕົວ​ໃນ​ບັ້ນ​ຮົບ​ໂດຍ​ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຢິບ ປຸກ​ລະ​ດົມ​ຢູ່​ນະ​ຄອນ Rafah ແລະ Sheikh Zuweid ຂຶ້ນ​ກັບ​ແຂວງ​ທາງ​ພາກ​ເໜືອ Sinai. ປະ​ເທດ ອີ​ຢິບ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ການ​ເພີ່ມ​ທະ​ວີ​ຂອງ​ກະ​ແສ​ຟອງ​ລັດ​ທິກໍ່​ການ​ຮ້າຍ​ນັບ​ແຕ່​ເມື່ອ ອະ​ດິດ​ປະ​ທາ​ນາ​ທິ​ບໍ​ດີ Mohamed Morsi ໄດ້​ໂຄ່ນ​ລົ້ມ​ເມື່ອ​ປີ 2013. ວົງ​ການ​ການ​ນຳ​ໃໝ່​ຂອງ​ປ​ະ​ເທດນີ້​ຫາກໍ່​ປຸ​ກ​ລະ​ດົ​ມບັ້ນ​ປາບ​ປາມ​ເພື່ອ​ແນ​ໃສ່​ບັນ​ດາ​ຜູ້​ສະ​ໜັບ​ສະ​ໜູນ​ທ່ານ Morsi, ເຮັດ​ໃຫ້​ຢ່າງ​ໜ​້ອຍ​ສຸດ​ເກືອບ 1.000 ຄົນ​ເສຍ​ຊີ​ວິດ ແລະ ນັບ​ພັນ​ຄົນ​ຖືກ​ຈັບ​ຕົວ.

        ໃນ​ຂະ​ນະ​ນັ້ນ, ບັນ​ດາ​ການ​ບຸກ​ໂຈມ​ຕີ​ຕ້ານ​ລັດ​ຖະ​ບານກໍ່​ໄດ້​ຮັບ​ການ​ເປີດ​ກ້​ວາງ​ຈາກ ແຫຼມ Sinai ໄປ​ຍັງ​ນະ​ຄອນຫຼວງ Cairo ແລະ ບັນ​ດາ​ແຂວ​ງ​ອື່ນ​ໃນ​ທົ່ວ​ປະ​ເທດ, ເຮັດ​ໃຫ້​ພາ​ລະ​ກອນ​ການ​ທະ​ຫານ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​​ນັບ​ຮ້ອຍ​ຄົນເສຍ​ຊີ​ວິດ.


ຂ່າວ/ບົດ​ອື່ນ