ກຳລັງອິດສະຣາແອນຍິງປືນໃສ່ຊາວປະມົງຢູ່ເຂດກາຊາ

ກຳລັງອິດສະຣາແອນຍິງປືນໃສ່ຊາວປະມົງຢູ່ເຂດກາຊາ - ảnh 1
ເຂດ​ກາ​ຊາ ໃນ​ວັນ​ທີ 8/2014
(ພາບ: AFP/TTXVN)

(vovworld) – ສຳ​ນັກ​ຂ່າວ​ສານ Ma’an ຂອງ ປາ​ແລດ​ສະ​ຕີນ ໃຫ້​ຮູ້​ເມື່ອ​ວັນ​ທີ 20/4 ວ່າ, ​ກຳ​ລັງ​​ທະ​ຫານ​ຂອງ ອິ​ດ​ສະ​ຣາ​ແອນ ໄດ້​ຍິງ​ປືນ​ໃສ່​ຊາວກ​ະ​ສິ​ກອນ ແລະ ຊາວ​ປະ​ມົງ ປາ​ແລດ​ສະ​ຕີນ ຢູ່​ເຂດ ກາ​ຊາ. ຕາມ​ບັນ​ດາ​ຜູ້​​ເຫັນ​ເຫດ​ການແລ້ວ, ກຳ​ລັງ​ທະ​ຫານ​ເຮ​ືອ ອ​ິດ​ສະ​ຣາ​ແອນ ໄດ້​ຍິງ​ປືນ​ໃສ່​ບັນ​ດາ​ຊາວ​ປະ​ມົງ ປາ​ແລດ​ສະ​ຕີນ ຢູ່​ພາກ​ເໜືອ​ເຂດ ກາ​ຊາ ບ່ອນ​ໃກ້​ກັບ​ເຂດ Al – Sudaniyaya, ໃນ​ຂະ​ນະ​ນັ້ນ, ບັນ​ດາ​ທະ​ຫານ ອິດ​ສະ​ຣາ​ແອນ ຕັ້ງ​ທັບ​ຢູ່​ເຂດ​ຊາຍ​ແດນກໍ່​ຍິງ​ປືນ​ໃສ່​ຊາວ​ກະ​ສິ​ກອນ ປາ​ແລດ​ສະ​ຕີນ​ຢູ່​ເຂດ Khan Younis, ພາກ​ໃຕ້​ເຂດ ກາ​ຊາ. ປະ​ຈຸ​ບັນ, ບໍ່​ມີ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ຜູ້​ເສຍ​ຊີ​ວິດ ແລະ ຮັບ​ບາດ​ເຈັບ​ເທື່ອ.

        ກໍ່​ໃນ​ວັນ​ດຽວ​ກັນ, ຢ່າງ​ໜ້ອຍ​ສຸດ​ມີ​​ຊາວ​ປ​າ​ແລດ​ສະ​ຕີນ 15 ຄົນ​ ຖືກ​ບັນ​ດາ​ກຳ​ລັງ​ທະ​ຫານ ແລະ ຕຳຫຼ​ວດ ອິດ​ສະ​ຣາ​ແອນ ຈັບ​ຕົວໃນ​ການ​ປາບ​ປາມ​​ເມື່ອຄ່ຳ​ຄືນ​ວັນ​ທີ 19/4​. ແຕ່​ເຖິງ​ຢ່າງ​ໃດ​ກໍ່​ຕາມ, ໂຄ​ສົກ​ຂອງ​ຕຳຫຼວດ ອິດ​ສະ​ຣາ​ແອນ ໃຫ້​ຮູ້​ວ່າ: ທ່ານບໍ່​ມີ​ຂໍ້​ມູນ​ຂ່າວ​ກ່ຽວ​ກັບ​ກໍ​ລະ​ນີ​ຈັບ​ຕົວ​ດັ່ງ​ກ່າວ.


ຂ່າວ/ບົດ​ອື່ນ