ຂັບພື້ນເມືອງວິຢ້ຳເງະຕິ້ງ ໄດ້ຮັບການຮັບຮອງ ແມ່ນມໍລະດົກວັດທະ ນະທຳບໍ່ມີຮູບຮ່າງ


ຂັບພື້ນເມືອງວິຢ້ຳເງະຕິ້ງ ໄດ້ຮັບການຮັບຮອງ ແມ່ນມໍລະດົກວັດທະ ນະທຳບໍ່ມີຮູບຮ່າງ - ảnh 1

 (ພາບປະກອບ: Báo Nghệ An )

(vovworld)- ​ ວັນ​ທີ 27/11, ຂັບ​ພື້ນເມືອງວິ​ຢ້ຳ​ເງະ​ຕິ້ງ ​ໄດ້​ຮັບການ​ຮັບຮອງ​ຈາກ​ອູ​ແນ​ສ​ໂກ​ວ່າ ​ແມ່ນ​ມໍລະດົກ​ວັດທະນະທຳ​ບໍ່​ມີ​ຮູບ​ຮ່າງ​ຕາງໜ້າ​ຂອງ​ມວນ​ມະນຸດ. ກ່າວ​ຄຳ​ເຫັນ​ເນື່ອ​ງ​ໃນ​ໂອກາດ​ນີ້, ທ່າ​ນາງ​ດັ້ງບິ​ກລຽນ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ວັດທະນະທຳ, ກິລາ ​ແລະ ການທ່ອງທ່ຽວ​ຫວຽດນາມ ຖື​ວ່າ: ນີ້​ແມ່ນ​ຂໍ້​ຕົກລົງ​ທີ່​ມີຄວາມ​ໝາຍ​ອັນ​ໃຫ່ຍຫຼວງ​ສຳລັບ​ຫວຽດນາມ ​ແລະ ຢືນຢັນ​ວ່າ: ນັບ​ແຕ່​ນີ້​ເປັນຕົ້ນ​ໄປ, ຂັບ​ພື້ນເມືອງວິ​ຢ້ຳ​ເງະ​ຕິ້ງ ​ໄດ້​ກາຍ​ເປັນ​ຊັບ​ສົມບັດ​ວັດທະນະທຳ​ຂອງ​ມວນ​ມະນຸດ. ຫວຽດນາມ ​ໃຫ້​ຄຳໝັ້ນສັນຍາ​ຈະ​ປະຕິບັດ​ໂຄງການ​ດຳ​ເນີນ​ງານ ​ເພື່ອ​ແນ​ໃສ່​ອະນຸລັກ​ຮັກສາ​ພະລັງ​ຊີວິດ​ຂອງ​ຮູບ​ການ​ຂັບ​ພື້ນ​ເມືອງ​ນີ້ ​ແລະ ຜັນ​ຂະຫຍາຍ​ບັນດາ​ນະ​ໂຍບາຍ​ແນ​ໃສ່​ເຊີດ​ຊູ​ບັນດາ​ນັກ​ສິລະ​ປະກອນ.

  ​ເລື່ອງ​ອູ​ແນ​ສ​ໂກ​ເຊີດ​ຊູຂັບ​ພື້ນເມືອງວິ​ຢ້ຳ​ເງະ​ຕິ້ງ​ແມ່ນ​ຄວາມ​ເອກ​ອ້າງ​ທະ​ນົງ​ໃຈ​ທີ່​ສຸດ​ສຳລັບ​ຊາວ​ຫວຽດນາມ ພວມ​ດຳລົງ​ຊີວິດ​ຢູ່​ຕ່າງປະ​ເທດ. ສາດສະດາຈານ​ເຈິ່ນກວາງຫາຍ, ຜູ້​ຊ່ຽວຊານ​ດ້ານ​ດົນຕີ​ມູນ​ເຊື້ອ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “ຂ້າພະ​ເຈົ້າພາກພູມ​ໃຈ​ທີ່​ສຸດ​ເມື່ອ​ຮັບຂ່າວ​ວ່າ​ອູ​ແນ​ສ​ໂກ​ໄດ້​ຮັບຮອງ​ປະ​ເພດ​ດົນຕີ​ຫວຽດນາມ ອີກ​ປະ​ເພດ​ໜຶ່ງ ​ເປັນ​ມໍລະດົກ​ຂອງ​ມວນ​ມະນຸດ. ນີ້​ແມ່ນ​ຄວາມ​ເປັນ​ກຽດ ​ແລະ ຄວາມ​ເອກະ​ອ້າງ​ທະ​ນົງ​ໃຈ​ຂອງ​ຊາດ​ຫວຽດນາມ“./.
ຂ່າວ/ບົດ​ອື່ນ