ຂະບວນການຂຽວ - ຍ່າງ ແລະ ຖີບລົດຕອບສະໜອງຂະບວນການມອບໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ

ຂະບວນການຂຽວ - ຍ່າງ ແລະ ຖີບລົດຕອບສະໜອງຂະບວນການມອບໄຟໜຶ່ງຊົ່ວໂມງເພື່ອໜ່ວຍໂລກ - ảnh 1
ນັກ​ອາ​ສາ​ສ​ະ​ໝັກ​ກ່​ວາ 1.000 ຄົນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕອບ​ສະ​ໜອງບັ້ນ​​ຂົນ​ຂວາຍ​ມອດ​ໄຟ​ໜຶ່ງ​ຊົ່ວ​ໂມງ​ເພື່​ອ​ໜ່ວຍ​ໂລກ 2017

(vovworld) – ວັນ​ທີ 19/3, ດ້ວຍ​ຈ​ຸດ​ໝາຍ​ໂຄ​ສະ​ນາ​ຢ່າງ​ເລິກ​ເຊິ່ງ, ກ້​ວາງ​ຂ​ວາງ ແລະ ຍົກ​ສູງ​​ຄວາມ​ຮັບ​ຮູ້​ຂອງວົງ​ຄະ​ນະ​ຍາດ​ດ້ວຍ​ການນ​ຳ​ໃຊ້​ໄຟ​ຟ້າ​ປະ​ຢັດ ແລະ ປົກ​ປັກ​ຮັກ​ສາ​ສິ່ງ​ແວດ​ລ້ອມ, ກະ​ຊວງ​ອຸດ​ສາ​ຫະ​ກຳ ການ​ຄ້າ​ໄດ​້​ຈັດ​ຕັ້ງ​ພິ​ທີ​ດຳ​ເນີນ​ຂະ​ບວນ​ການ​ຂຽວ - ​ໄປຍ່າງ ແລະ ຖີບ​ລົດ​ຕອບ​ສະ​ໜອງບັ້ນ​​ຂົນ​ຂວາຍ​ມອດ​ໄຟ​ໜຶ່ງ​ຊົ່ວ​ໂມງ​ເພື່​ອ​ໜ່ວຍ​ໂລກ 2017, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ນັກ​ອາ​ສາ​ສ​ະ​ໝັກ​ກ່​ວາ 1.000 ຄົນ​ໃນ​ບໍ​ລິ​ເວນ​ນະ​ຄອນຫຼວງ ຮ່າ​ໂນ້ຍ. ພິ​ທີ​​ດຳ​ເນີນຂະ​ບວນ​ການ​ຂຽວ - ​ໄປຍ່າງ ແລະ ຖີບ​ລົດ​​ຖືກ​ປຸກ​ລະ​ດົມ​ຢູ່​ສະ​ໜາມຫຼວງການ​ປະ​ຕິ​ວັດ​ເດືອນ​ສິງ​ຫາ, ຈ່າງ​ຕ່ຽນ, ຮ່​ວານ​ກ໋ຽມ, ຮ່າ​ໂນ້ຍ. ໄປພ້ອມ​ກັບ​ພິ​ທີ​​ດຳ​ເນີນ​ຂະ​ບວນ​ການ, ຍັງມີ​ການ​ເຄື່ອນ​ໄຫວຫຼາຍ​ຢ່າງ​ເພື່ອ​ຕອບ​ສະ​ໜອງບັ້ນ​​ຂົນ​ຂວາຍ​ມອດ​ໄຟ​ໜຶ່ງ​ຊົ່ວ​ໂມງ​ເພື່​ອ​ໜ່ວຍ​ໂລກ 2017 ທີ່ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ທົ່ວ​ປະ​ເທດ. ໃນ​ນັ້ນ, ມີ​​ພິ​ທີມອດ​ໄຟ​ຈະ​ດຳ​ເນີນ​ແຕ່​ເວ​ລາ 20ໂມງ 30ນາ​ທີ ​ຂອງວັນ​ທີ 25/3/2017, ຢູ່​ສະ​ໜາມຫຼວງການ​ປະ​ຕິ​ວັດ ເດືອນ​ສິງ​ຫາ - ນະ​ຄອນຫຼວງ ຮ່າ​ໂນ້ຍ ແລະ ບັນ​ດາ​ນະ​ຄອນ​ອື່ນໆ​ໃນ​ທົ່ວ​ປະ​ເທດ, ​ເພື່ອໂຄ​ສະ​ນາ, ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຊົນ​ຕອບ​ສະ​ໜອງ​ຂະ​ບວນ​ການມອດ​ໄຟ​ໜຶ່ງ​ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກ, ກາ​ນ​ເຄື່ອ​ນ​ໄຫວ​ເຊື່ອມ​ຈອດ​ວິ​ສາ​ຫະ​ກິດ ແລະ ຂະ​ບວນ​ການມອດ​ໄຟ​ໜຶ່ງ​ຊົ່ວ​ໂມງ​ເພື່ອ​ໜ່ວຍ​ໂລກ ກໍ່​ຈະ​ໄດ້​ຮັບ​ການ​ຈັດ​ຕັ້ງ​ຢູ່​ນະ​ຄອນຫຼວງ ຮ່າ​ໂນ້ຍ, ດ່າ​ນັ້ງ ແລະ ນະ​ຄອນ ໂຮ່​ຈີ​ມິນ ດ້ວຍ​ຈຸດ​ໝາຍ​ຮຽກ​ຮ້ອງວິ​ສາ​ຫະ​ກິດ 2.000 ແຫ່ງ​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ນຳ​ໃຊ້​ໄຟ​ຟ້າ​ຢ່າງ​ປະ​ຢັດ​ຢູ່​ບັນ​ດາ​ໂຮງ​ຈັກ, ໂຮງ​ງານ…


ຂ່າວ/ບົດ​ອື່ນ