ຂະບວນການບໍລິຈາກເລືອດປີ 2018 ປະສົບຜົນສຳເລັດດ້ວຍການປ່ຽນແປງຫຼາຍຢ່າງ

(VOVWORLD) - ຂະບວນການບໍລິຈາກເລືອດ 2018 ໄດ້ຮັບການຈັດຕັ້ງດ້ວຍຫຼາຍຈຸດໃໝ່ເມື່ອທຽບໃສ່ຊຸມປີກ່ອນໆຄື: ເວລາຈັດຕັ້ງໄວກ່ວາ 1 ເດືອນ; ປຸກລະດົມນັກອາສາສະໝັກເປັນຮ້ອຍໆຄົນຢູ່ບັນດາທ້ອງຖິ່ນເຂົ້າຮ່ວມລາຍການ...
ຂະບວນການບໍລິຈາກເລືອດປີ 2018 ປະສົບຜົນສຳເລັດດ້ວຍການປ່ຽນແປງຫຼາຍຢ່າງ - ảnh 1 ພາບປະກອບ

ໃນຕະຫຼອດເວລາ 1 ເດືອນ (ແຕ່ວັນທີ 13/6 – 14/7), ຂະບວນການບໍລິຈາກເລືອດ 2018 ໄດ້ຈັດຕັ້ງຢູ່ 26 ແຂວງ, ນະຄອນໃນທົ່ວປະເທດ, ຈັດຕັ້ງ 44 ວັນບຸນບໍລິຈາກເລືອດດ້ວຍຂອບຂະໜາດໃຫຍ່ ແລະ 56 ວັນບໍລິຈາກເລືອດເພື່ອຕອບສະໜອງຂະບວນການ, ດຶງດູດປະຊາຊົນນັບພັນໆຄົນເຂົ້າຮ່ວມ ແລະ ໄດ້ຮັບເລືອດກ່ວາ 42.000 ຖົງ. ຫຼາຍທ້ອງຖິ່ນຈັດຕັ້ງລາຍການໄດ້ຮັບເລືອດກ່ວາ 1.000 ຖົງຄື: ນະຄອນ ໂຮ່ຈີມິນ, ດັກລັກ, ແຄ໊ງຮ່ວາ, ບີ່ງດິ້ງ, ເລີມດົ່ງ…

         ; ບັນດາແຂວງ, ນະຄອນໄດ້ເປັນເຈົ້າການສ້າງແຜນການ ແລະ ວິທີການຈັດຕັ້ງ, ເປັນປະທານທຸກໆການເຄື່ອນໄຫວ, ເຫດການ…

        ມາຮອດປະຈຸບັນ, ບັ້ນຂົນຂວາຍບໍລິຈາກເລືອດໃນຂອບເຂດທີ່ປະເທດ ຫວຽດນາມ - ຂະບວນການບໍລິຈາກເລືອດ ດ້ວຍສານທີ່ວ່າ ເຊື່ອມຕໍ່ສາຍເລືອດຫວຽດ ໄດ້ປະຕິບັດພາລະບົດບາດໂຄສະນາ, ຈັດຕັ້ງການບໍລິຈາກເລືອດ, ແກ້ໄຂສະພາບການຂາດເລືອດ ແລະ ຍົກສູງສະຕິຄວາມຮັບຮູ້ຂອງປະຊາຊົນກ່ຽວກັບພະຍາດເລືອດຈາງມາແຕ່ເກີດຢູ່ຫຼາຍແຂວງ, ນະຄອນ ໃນທົ່ວປະເທດປະສົບຜົນສຳເລັດເປັນຢ່າງດີ. ຜ່ານການຈັດຕັ້ງມາເປັນເວລາ 6 ປີ, ຂະບວນການບໍລິຈາກເລືອດໄດ້ພິສູດໃຫ້ເຫັນກ່ຽວກັບພະລັງຊີວິດຂອງວົງຄະນະຍາດ ດ້ວຍການຮັບເລືອດ 100.000 ຖົງ ແລະ ໄດ້ຮັບການຕອບສະໜອງຈາກປະຊາຊົນນັບແສນຄົນໃນທົ່ວປະເທດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ