ຂະບວນການບໍລິຈາກເລືອດ2014

ຂະບວນການບໍລິຈາກເລືອດ2014 - ảnh 1
(ພາບປະກອບຈາກ Dương Ngọc/TTXVN)

(vovworld) - ຕອນ​ບ່າຍ​ວັນ​ທີ 27/7, ທີ່​ກອງ​ປະຊຸມ​ສະຫລຸບ​ຂະ​ບວນການ​ແດງ​ປີ 2014, ຄະນະ​ຈັດ​ຕັ້ງປະກາດ​ໄດ້​ຮັບ​ເລືອດບໍລິຈາກ 48.000 ຖົງ. ສາດ​ສະ​ດາ​ຈານ, ດຣ ຫງວຽນ​ແອ​ງຈີ໋, ຫົວໜ້າ​ສະ​ຖາ​ບັນ​ໂລຫິດ​ສາດ ​- ສົ່ງ​ເລືອດ​ສູນ​ກາງ ​ເນັ້ນ​ໜັກ​ວ່າ: ​ໂດຍ​ໄດ້​ຮັບ​ຜົນສຳ​ເລັດຂອງ​ປີ​ທຳ​ອິດ, ຂະ​ບວນການ​ແດງ​ປີ 2014 ​ໄດ້​ຈັດ​ຕັ້ງ​ການ​ເຄື່ອນ​ໄຫວ​ຕ່າງໆ​ທີ່​ອຸດົມສົມບູນ, ຢ່າງ​ຕໍ່​ເນື່ອງ​ໃນ 25 ​ແຂວງ, ນະຄອນ​ເພື່ອ​ປະຕິບັດ​ພາລະກິດ “​ເຊື່ອມ​ຕໍ່​ສາຍ​ເລືອດ ຫວຽດນາມ” ​ເຊິ່ງລວມມີ: ຈັດຕັ້ງບັນດາ​ວັນ​ບຸນ​ບໍລິຈາກ​ເລືອດ, ​ໂຄສະນາ​ເຜີຍ​ແຜ່, ​​ເດີນ​ຂະ​ບວນ, ປຸກລະດົມ​ກ່ຽວ​ກັບ​ການ​ບໍລິຈາກ​ເລືອດດ້ວຍ​ຄວາມ​ສະໝັກ​ໃຈ, ຈັດ​ຕັ້ງ​ງານ​ລາຕີສະ​ແດງ​ສິລະ​ປະ.​.​.​ ຈຸດ​ພົ້ນ​ເດັ່ນ​ຂອງ​ຂະ​ບວນການ​ແດງ 2014 ​ແມ່ນ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ອາສາ​ສະໝັກ 120 ຄົນ​ຈາກ 2 ຄະນະ​ຂອງ​ຂະ​ບວນການ​ແຕ່​ແຂວງ ກຽນ​ຢາງ ຜ່ານ 16 ​ແຂວງ, ນະຄອນມາ ຮ່າ​ໂນ້ຍ ​ແລະ ຈາກ​ແຂວງ ຮ່ວາ​ບີ່​ງ ຜ່ານ 8 ​ແຂວງ, ນະຄອນ​ເຕົ້າ​ໂຮມ​ຢູ່​ຮ່າ​ໂນ້ຍ, ພ້ອມ​ກັບ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ອົງການ, ຄະນະ, ຂະ​ແໜງ​ການ ​ແລະ ຜູ້​ອາສາ​ສະ​ໝັກ​ເກືອ​ບ 15.000 ຄົນ​ຢູ່ 25 ​ແຂວງ, ນະຄອນ​ໃນ​ທົ່ວ​ປະ​ເທດ.


ຂ່າວ/ບົດ​ອື່ນ