ຂະແໜງສານ ຫວຽດນາມ-ລາວ ເພີ່ມທະວີການຮ່ວມມື

ຂະແໜງສານ ຫວຽດນາມ-ລາວ ເພີ່ມທະວີການຮ່ວມມື - ảnh 1
ຂະ​ແໜງ​ສານ​ ຫວຽດນາມ-​ລາວ ​ເພີ່ມ​ທະວີ​ການ​ຮ່ວມ​ມື
(ພາບ: nhandan.com.vn)


(vovworld) –  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ ​ໃນ​ລະຫວ່າງ​ວັນ​ທີ 23-28/12, ຕອນ​ເຊົ້າ​ວັນ​ທີ 24/12, ຄະນະ​ຜູ້​ແທນ​ສານ​ປະຊາຊົນ​ສູງ​ສຸດ ຫວຽດນາມ ​ໂດຍ​ທ່ານ​ຮອງປະທານ​ສານ ບຸ່ຍ​ງອກ​ຮ່ວາ ນຳ​ໜ້າ​ຄະນະ, ​ໄດ້​ເຈລະຈາ​ກັບ​ຄະນະ​ຜູ້​ແທນ​ສານປະຊາຊົນ​ສູງ​ສຸດ ລາວ, ​ໂດຍ​ທ່ານ​ຮອງ​ປະທານ​ສານ ຄຳ​ພາ ​ແສງ​ດາຣາ ​ເປັນ​ຫົວໜ້າ​ຄະນະ. 2 ຝ່າຍ ​ໄດ້​ແຈ້ງ​ໃຫ້​ກັນ​ຊາບສະພາບ​ການ​ເຄື່ອນ​ໄຫວ​ຂອງ​ສານ​ແຕ່ລະ​ປະ​ເທດ, ຕີ​ລາຄາ​ຄືນ​ຜົນງານ​ການ​ຮ່ວມ​ມື​ໃນ​ໄລຍະ​ຜ່ານ​ມາ, ​ແບ່ງປັນ​ບົດຮຽນ​ໃນ​ການພິພາກສາ ​ແລະ ການ​ຄຸ້ມ​ຄອງ​ສານ, ການຈັດ​ຕັ້ງ​ບາງ​ຊຸດ​​ເຝຶກ​ອົບຮົມໃຫ້​ພະນັກງານ​ສານ​ປະຊາຊົນ​ສູງ​ສຸດ​ລາວ, ອັນ​ໄດ້​ນຳ​ມາ​ເຊິ່ງບັນດາ​ຜົນ​ປະ​ໂຫຍ​ດລະອຽດ, ​ແທດ​ຈິງ​ໃຫ້​ທັງ​ລະບົບ​ສານຂອງ 2 ປະ​ເທດ, ປະກອບສ່ວນ​ ​ຕັ້ງໜ້າ​ເຂົ້າ​ໃນ​ການ​ພັດທະນາ​ລວມຂອງ​ສາຍ​ພົວພັນ, ຮ່ວມ​ມື​ທີ່​ເປັນ​ມູນ​ເຊື້ອ ລະຫວ່າງ 2 ປະ​ເທດ. ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ຈະສືບ​ຕໍ່​​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ ​ເພື່ອ​ແນ​ໃສ່​ແບ່ງປັນ​ບົດຮຽນພິພາກສາ, ການ​ປະຕິ​ຮູບ​ດ້ານ​ຕຸລາການ; ສົມທົບ​ກັບ​ບັນດາ​ອົງການທີ່​ກ່ຽວຂ້ອງຂອງ​ຫວຽດນາມ ສືບ​ຕໍ່​ຈັດ​ຕັ້ງ​ບັນດາ​ຊຸດ​​ເຝຶກ​ອົບຮົມ​ໄລຍະ​ສັ້ນ​ໃຫ້​ພະນັກງານ​ຂະ​ແໜງ​ສານ​ລາວ, ມຸ່ງ​ໄປ​ເຖິງ​ບຳລຸງ​ສ້າງ​ຂັ້ນ​ມະຫາວິທະຍາ​ໄລ​ໃຫ້​ນັກ​ສຶກສາລາ​ວ. ທີ່​ການ​ເຈລະຈາ, 2 ຝ່າຍໄດ້ປຶກສາ​ຫາລື​ກ່ຽວ​ກັບ​ວຽກ​ງານ​ຈັດ​ຕັ້ງ​ກອງ​ປະຊຸມ​ບັນດາ​ແຂວງ​ ມີ​ເສັ້ນ​ຊາຍ​ແດນ​ລວມລະຫວ່າງ 3 ປະ​ເທດ ລາວ, ຫວຽດນາມ ​ແລະ ກຳປູ​ເຈຍ, ​ເຊິ່ງດຳ​ເນີນ​​ໃນ​ລະຫວ່າງວັນ​ທີ 24-28/12 ຢູ່​ນະຄອນຫຼວງ​ວຽງ​ຈັນ ​ແລະ ບາງ​ວຽກ​ງານ​ທີ່​ຂຶ້ນ​ກັບ​ການ​ພິພາກສາ, ການຈັດ​ຕັ້ງ ​ແລະ ການ​ເຄື່ອນ​ໄຫວ​ຂອງ​ສານ​ປະຊາຊົນ​ທຸກຂັ້ນ​ຂອງ​ລາວ.

ຂ່າວ/ບົດ​ອື່ນ