ຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດເຕືອນໄພກ່ຽວກັບການປະທະກັນຢູ່ຢູແກຼນ ຕາເວັນອອກ

ຂ້າຫຼວງໃຫຍ່ ສປຊ ກ່ຽວກັບສິດທິມະນຸດເຕືອນໄພກ່ຽວກັບການປະທະກັນຢູ່ຢູແກຼນ ຕາເວັນອອກ - ảnh 1
(ທ່ານ​ນາງ Navi Pillay, ຂ້າ​ຫຼວງ​ໃຫຍ່ ສປຊ ​ກ່ຽວ​ກັບ​ສິດທິ​ມະ​ນຸດ)

(vovworld) –   ວັນ​ທີ 28/07, ຂ້າ​ຫຼວງ​ໃຫຍ່ ສປຊ ​ກ່ຽວ​ກັບ​ສິດທິ​ມະ​ນຸດ, ທ່ານ​ນາງ Navi Pillay ​ໄດ້​ອອກສຽງ​ກ່າວ​ເຕືອນ​ສະພາບ​ຄວາມ​​ເຄັ່ງ​ຕຶງ​ພວມປີນຂັ້ນ​ໄດຢູ່ຢູ​ແກຼນ ຕາ​ເວັນ​ອອກ​, ພິ​ເສດ​ແມ່ນ​ການ​ປະ​ທະ​ກັນ​ຢູ່​ເຂດ Donetsk ​ແລະ Lugansk ເມື່ອ​ນັບ​ທັງ​ກອງທັບ​ລັດຖະບານ ​ແລະ ກຳລັງ​ທວງ​ໃຫ້​ຫັນ​ເປັນ​ສະຫະພັນ​ລ້ວນ​ແຕ່​ນຳ​ໃຊ້​ອາວຸດ​ຂະໜາດໜັກ, ລວມທັງ​ປືນ​ໃໝ່, ລົດ​ຖັງ ກັບ ລູກ​ສອນ​ໄຟ.

        ​ໃນ​ຂະນະ​ນັ້ນ, ວັນ​ທີ 28/07, ກອງທັບ​ຢູ​ແກຼນ ຖະ​ແຫຼ​ງວ່າ ​ໄດ້​ສູ້​ຮົບ​ກັບ​ບັນດາ​ມື​ປືນ​ຢູ່ຢູ​ແກຼນ ຕາ​ເວັນ​ອອກ​ເພື່ອ​ຍາດ​ຄືນ​ສິດ​ຄວບ​ຄຸມ​ບາງ​ເທດ​ສະບາ​ນຢູ່​ອ້ອມ​ເຂດ​ເຮືອບິນ​ MH17 ຂອງ​ບໍລິສັດ​ການບິນ Malaysia Airlines ຕົກ.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສຳນັກ​ຂ່າວ​ສານ Reuters ​ໄດ້​ຄັດ​ຄຳ​ເວົ້າ​ໂຄສົກ​ຂອງ​ສະພາ​ປ້ອງ​ກັນ​ຄວາມ​ສະຫງົບ​ຢູ​ແກຼນ Andriy Lysenko ​​ໂດຍໃຫ້​ຮູ້​ວ່າ ຜ່ານ​ການ​​ໄຈ້​ແຍກ​ກັບ​ດຳ​ຂອງ​ເຮືອບິນ MH17 ໃຫ້​ເຫັນ​ວ່າ ​ເຮືອບິນ​ໄດ້​ຖືກ​ສະ​ເກັດ​ລູກປືນ​ຈາກ​ເຫດ​ລູກ​ສອນ​ໄຟລະ​ເບີດ​ ​ແລະ ຖືກ​ຕົກ​​ຍ້ອນຄວາມດັນ​ອາກາດ​ຖືກ​ຫຼຸດ​ລົງ​ໂດຍ​ບັງ​ເອີນ.

ຂ່າວ/ບົດ​ອື່ນ