ຄົ້ນຄ້ວາທິດກ້າວເດີນເໝາະສົມໃຫ້ແກ່ປະຊາຄົມເສດຖະກິດ ອາຊຽນ

(VOVWORLD) -ຕອນບ່າຍວັນທີ 18 ກໍລະກົດ, ຢູ່ ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ຕ້ອນຮັບຄະນະຜູ້ແທນສະຖາບັນຄົ້ນຄ້ວາເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ (ERIA) 
ຄົ້ນຄ້ວາທິດກ້າວເດີນເໝາະສົມໃຫ້ແກ່ປະຊາຄົມເສດຖະກິດ ອາຊຽນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ຕ້ອນຮັບທ່ານ Hidetoshi Nishimura, ຫົວຫນ້າສະຖາບັນຄົ້ນຄ້ວາເສດຖະກິດ ອາຊຽນ ແລະ ອາຊີຕາເວັນອອກ (ERIA) 

ໂດຍທ່ານ Hidetoshi Nishimura, ຫົວຫນ້າສະຖາບັນນຳຫນ້າ ເນື່ອງໃນໂອກາດຄະນະສົມທົບກັບກະຊວງການຕ່າງປະເທດຫວຽດນາມ ຈັດຕັ້ງ “ການໂອ້ລົມສົນທະນາ “50 ປີແຫ່ງວັນສ້າງຕັ້ງ ອາຊຽນ: ປະຊາຄົມເສດຖະກິດ ອາຊຽນ ກາລະໂອກາດໃຫ້ແກ່ວິສາຫະກິດຫວຽດນາມ”. ທີ່ການພົບປະ, ບັນດາສະມາຊິກໃນຄະນະໄດ້ແລກປ່ຽນ, ແບ່ງປັນບາງເນື້ອໃນຄົ້ນຄ້ວາຂອງ ERIA ກ່ຽວກັບຫວຽດນາມ ເວົ້າສະເພາະ ແລະ ປະຊາຄົມເສດຖະກິດ ອາຊຽນ ເວົ້າລວມ. ບັນດາຄຳເຫັນຂອງຜູ້ແທນໄດ້ຕີລາຄາວ່າ ຫວຽດນາມ ປະສົບຜົນສຳເລັດໃນການປະຕິຮູບນະໂຍບາຍ. ລັດຖະບານ ຫວຽດນາມ ຍາມໃດກໍ່ເປີດປະຕູສຳລັບພາກເອກະຊົນ ເພື່ອໃຫ້ເຂົາເຈົ້າມີໂອກາດໂອ້ລົມສົນທະນາກັບລັດຖະບານ. ການສ້າງຕັ້ງປະຊາຄົມເສດຖະກິດ ອາຊຽນ ຈະເປີດຫລາຍກາລະໂອກາດໃຫ້ແກ່ພາກເອກະຊົນຂອງຫວຽດນາມ. ຕາມທ່ານຮອງນາຍົກລັດຖະມົນຕີ ແລ້ວ, ຫວຽດນາມ ພວມມານະພະຍາຍາມສ້າງເງື່ອນໄຂສະດວກດ້ານການຄ້າຢ່າງສຸດຂີດ ໄປຄຽງຄູ່ກັບການຕ້ານສໍ້ໂກງການຄ້າ, ແຕ່ບັນຫາສຳຄັນແມ່ນແກ້ໄຂບັນດາລະບຽບການກວດກາສະເພາະຂະແຫນງໃນແຕ່ລະບາດກ້າວ ແລະ ການສົມທົບລະຫວ່າງບັນດາປະເທດພາຍໃນກຸ່ມ, ບັນຫານີ້ຍັງບໍ່ທັນໄດ້ຮັບການຄົ້ນຄ້ວາລະອຽດແລະ ມີມາດຕະການເໝາະສົມ. 

ຕອບກັບ

ຂ່າວ/ບົດ​ອື່ນ