ຄູຝຶກມາຍດືກຈູງ: ທິມຊາດບານເຕະ ຫວຽດນາມ ກຽມພ້ອມສຳລັບການແຂ່ງຂັນກັບ ກຳປູເຈຍ

(VOVWORLD) - ຕອນຄ່ຳວັນທີ 5 ກັນຍາ, ທິມຊາດບານເຕະ ຫວຽດນາມ ຈະແຂ່ງຂັນກັບທິມຊາດບານເຕະປະເທດເຈົ້າພາບ ກຳປູເຈຍ ໃນນັດທີ 3 ສາຍ C ຮອບຄັດເລືອກ Asian Cup 2019. 
ຄູຝຶກມາຍດືກຈູງ: ທິມຊາດບານເຕະ ຫວຽດນາມ ກຽມພ້ອມສຳລັບການແຂ່ງຂັນກັບ ກຳປູເຈຍ - ảnh 1 ຄູຝຶກ ມາຍດືກຈູງ ແລະ ທິມຊາດ ບານເຕະ ຫວຽດນາມ

ຕໍ່ກັບຄວາມວິຕົກວັງວົນຕ້ອງແຂ່ງຂັນໃນເດີ່ນຫຍ້າທຽມ, ພາຍຫຼັງການຝຶກຊ້ອມເພື່ອສ້າງຄວາມລຶ້ງເຄີຍຢູ່ເດີ່ນ ໃນຕອນຄ່ຳວັນທີ 4 ກັນຍາ, ຄູຝຶກ ມາຍດືກຈູງ, ຫົວໜ້າຄູຝືກທິມບານເຕະ ຫວຽດນາມ ຢືນຢັນວ່າ: ທິມບານເຕະໄດ້ກຽມພ້ອມສຳລັບການແຂ່ງຂັນ:

        “ພາຍຫຼັງໄດ້ເຕົ້າໂຮມຢູ່ສູນບຳລຸງສ້າງບານເຕະໜຸ່ມ ຫວຽດນາມ, ພວກຂ້າພະເຈົ້າໄດ້ຝຶກຊ້ອມໃນເດີ່ນຫຍ້າທຽມແລ້ວ, ເມື່ອມານີ້, ພວກຂ້າພະເຈົ້າຍັງໄດ້ສືບຕໍ່ຝຶກແອບໃນເດີ່ນ 2 ເທື່ອອີກ. ອາດເວົ້າວ່າ, ເດີ່ນຫຍ້າທຽມຢູ່ນີ້ໄດ້ເຮັດໃຫມ່, ຄຸນນະພາບດີຫຼາຍ. ຂ້າພະເຈົ້າຄິດວ່າ ບໍ່ມີຄວາມເປັນຫ່ວງກ່ຽວກັບເດີ່ນຫຍ້ານີ້, ພວກຂ້າພະເຈົ້າໄດ້ລຶ້ງເຄີຍກັບເດ່ີນນີ້ແລ້ວ, ພວກຂ້າພະເຈົ້າກຽມພ້ອມແລ້ວເພື່ອແຂ່ງຂັນໃນຄັ້ງນີ້.”

ຕອບກັບ

ຂ່າວ/ບົດ​ອື່ນ