ຄຸ້ມຄອງບັນດາແຫຼ່ງຊັບພະຍາກອນທຳມະຊາດຢູ່ຫວຽດນາມແບບຍືນຍົງ

ຄຸ້ມຄອງບັນດາແຫຼ່ງຊັບພະຍາກອນທຳມະຊາດຢູ່ຫວຽດນາມແບບຍືນຍົງ - ảnh 1
ກອງ​ປະ​ຊຸມ​ຄັ້ງ​ທີ 16 ຄະ​ນະ​ແຫຼ່ງ​ກຳ​ລັງ​ສາ​ກົນ​ຂຶ້ນ​ກັບ​ໂຄງ​ກາ​ນ​ສິ່ງ​ແວດ
​ລ້ອມ ສ​ປ​ຊ (UNEP)
(ພາບ: baodulich.net.vn)

(vovworld) – ຕອນ​ເຊົ້າ​ວັນ​ທີ 27/5, ຢູ່​ຮ່າ​ໂນ້ຍ, ກະ​ຊວງ​ຊັບ​ພະ​ຍາ​ກອນ ແລະ ສິ່ງ​ແວດ​ລ້ອມ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຄັ້ງ​ທີ 16 ຄະ​ນະ​ແຫຼ່ງ​ກຳ​ລັງ​ສາ​ກົນ​ຂຶ້ນ​ກັບ​ໂຄງ​ກາ​ນ​ສິ່ງ​ແວດ​ລ້ອມ ສ​ປ​ຊ (UNEP). ເຂົ້າ​ຮ່ວມກອງ​ປະ​ຊຸມ​ມີ​ບັນ​ດາ​ນັກ​ວາງ​ແຜນ​ນະ​ໂຍ​ບາຍ, ບັນ​ດາ​ນັກ​ຊ່ຽວ​ຊານ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ​ເພື່ອ​ແນ​ໃສ່​ປຶກ​ສາ​ຫາ​ລື​ ແລະ ຊອກ​ຮູ້​ກ່ຽວ​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ, ກາ​ລະ​ໂອ​ກາດ​ສຳ​ລັບ​ການ​ຄ​ຸ້ມ​ຄອງ​ບັນ​ດາ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢູ່ ຫວຽດ​ນາມ ແບບ​ຍືນ​ຍົງ. ກອງ​ປະ​ຊຸມ​ຄະ​ນະ​ແຫຼ່ງ​ກຳ​ລັງ​ສາ​ກົນ​ຄັ້ງ​ທີ 16 ແມ່ນ​ເວ​ທີ​ປາ​ໄສ​ຄຳ​ສັນ​ເພື່ອ​ໃຫ້​ບັນ​ດາ​ນັກ​ວິ​ທະ​ຍາ​ສາດ ແລະ ບັນ​ດາ​ນັກ​ວາງ​ແຜນ​​ນະ​ໂຍ​ບາຍ​ແຫ່ງ​ຊາດ, ບັນ​ດາ​ນັກ​ຊ່ຽວ​ຊານ ແລະ ວິ​ສາ​ຫະ​ກິດ​ເຮັດ​ວຽກ​ນຳ​ກັນ, ຊອກ​ຫາ​ບັນ​ດາ​ສິ່ງ​ທ້າ​ທາຍ, ບົດ​ຮຽນ​ທີ່​ດີກໍ່​ຄື​ບັນ​ດາ​ກາ​ລະ​ໂອ​ກາດ​ເພື່ອ​ຄຸ້ມ​ຄອງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ​ຢູ່ ຫວຽດ​ນາມ ແລະ ໃນ​ທົ່ວ​ໂລກ​ແບບ​ຍືນ​ຍົງ. ກອງ​ປະ​ຊຸມ​ສຸມ​ໃສ່​ປຶກ​ສາ​ຫາ​ລື​ບາງ​ບັນ​ຫາ​ກ່ຽວ​ຂ້ອງ​ເຖິງ​ການ​ເຕີບ​ໂຕ​ຂຽ​ວ, ລະ​ບົບ​ຊີ​ວະ​ນາໆ​ພັນ, ທີ່​ດິນ, ທັນ​ຍາ​ຫານ ແລະ ແບ່ງ​ປັນ​ບາງ​ຂໍ້​ລິ​ເລີ່​ມ, ມາດ​ຕະ​ການ​​ທີ່ກ່ຽວ​ຂ້ອງ​ເຖິງ​ຊັບ​ພະ​ຍາ​ກອນ​ທະ​ເລ, ເຊິ່ງ​ແມ່ນ​ຄວາມ​ສົນ​ໃຈ​ຕົ້ນ​ຕໍ​ຂອງ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ໃນ​ນັ້ນ​ມີ ຫວຽດ​ນາມ.

 


ຂ່າວ/ບົດ​ອື່ນ