ຄວນນຳການຮຽນພາສາອັງກິດໃຫ້ກາຍເປັນຂະບວນການ ຮ່ຳຮຽນໃນທົ່ວສັງຄົມ

(VOVWORLD) -ວັນທີ 08 ທັນວາ, ຢູ່ຮ່າໂນ້ຍ, ທ່ານ ຟຸງຊວນຫຍ້າ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ໄດ້ເປັນປະທານການໂອ້ລົມສົນທະນາ “ມາດຕະການຍົກສູງຄຸນນະພາບການສອນ ແລະ ຮຽນພາສາຕ່າງປະເທດ - ພິເສດແມ່ນພາສາອັງກິດ ໃນລະບົບສຶກສາສາມັນ”.

ຄວນນຳການຮຽນພາສາອັງກິດໃຫ້ກາຍເປັນຂະບວນການ ຮ່ຳຮຽນໃນທົ່ວສັງຄົມ - ảnh 1 ທ່ານ ຟຸງຊວນຫຍ້າ, ລັດຖະມົນຕີກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ

(ພາບ: TTXVN)

ກ່າວຄຳເຫັນສະຫຼຸບການໂອ້ລົມສົນທະນາ, ທ່ານລັດຖະມົນຕີຟຸງຊວນຫຍ້າ ໃຫ້ຮູ້ວ່າ: ໃນວິວັດການທາບທາມ, ຮັບເອົາຄວາມເຫັນຂອງບັນດານັກຊ່ຽວຊານ, ນັກວິທະຍາສາດ ແລະ ຂອງສັງຄົມ ເພື່ອສ້າງບັນດານະໂຍບາຍ, ແຜນຮ່າງຍົກສູງຄຸນນະພາບການສອນ ແລະ ຮຽນພາສາຕ່າງປະເທດຢູ່ຫວຽດນາມ. ຕາມທ່ານລັດຖະມົນຕີ ຟຸງຊວນຫຍ້າ ແລ້ວ, ໜຶ່ງໃນບັນດາມາດຕະການແກ້ໄຂສຳຄັນນັ້ນແມ່ນຫັນລາຍການຮຽນພາສາອັງກິດ ເປັນມາດຕະຖານ. ລາຍການດັ່ງກ່າວຕ້ອງໄດ້ຮັບການເຜີຍແຜ່ພໍສົມຄວນ ແລະ ມານະພະຍາມຫັນເປັນດີຈີຕອນ ເພື່ອໃຫ້ບັນດາໂຮງຮຽນຢູ່ເຂດຫ່າງໄກ່ຊອກຫຼີກ, ເຂດຂາດແຄນຄູອາຈານສອນພາສາຕ່າງປະເທດບັນລຸມາດຕະຖານ ຍັງສາມາດສຳຜັດໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ