ຄວນປະຕິບັດບັນດາມາດຕະການສ້າງຄວາມດຸ່ນດຽງໃນຕະຫຼາດແຮງງານເປັນຄົບຊຸດ

ຄວນປະຕິບັດບັນດາມາດຕະການສ້າງຄວາມດຸ່ນດຽງໃນຕະຫຼາດແຮງງານເປັນຄົບຊຸດ - ảnh 1
ພາບປະກອບ

(vovworld) – ວັນ​ທີ 20/8, ສະ​ຖາ​ບັນ​ຄົ້ນ​ຄ້ວາ​ພັດທະນາ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາ “ການ​ຜັນ​​ແປ​ກ່ຽວ​ກັບ​ວຽກ​ເຮັດ​ງານ​ທຳ​ຢູ່​ນະຄອນ ​ໂຮ່ຈີ​ມິນ - ສະພາບ​ການ​ຕົວ​ຈິງ ​ແລະ ບັນຫາ​ວາງ​ອອກ”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ຜູ້​ແທນ​ຖື​ວ່າ ຕະຫຼາດ​ແຮງ​ງານ​ໃນ​ປະຈຸ​ບັນ​ມີ​ສະພາບ​ຂາດ​ຄວາມດຸ່ນດຽງ​ລະຫວ່າງ​ການ​ສະໜອງ ​- ຄວາມ​ຕ້ອງການ ​ແລະ ຄຸນ​ນະພາ​ບຊັບພະຍາກອນ​ມະນຸດ. ​ເພື່​ອ​ແກ້​ໄຂ​ໄດ້​ສະພາບ​ການ​ດັ່ງກ່າວ, ນະຄອນ​ຕ້ອງ​ປະຕິບັດ​ບັນດາ​ໝວດ​ມາດ​ຕະການ​ຢ່າງ​ຄົບ​ຊຸດ​ຄື: ປະຕິບັດ​ສຳ​ເລັດ​ລະບົບ​ຄາດ​ຄະ​ເນ​ຄວາມ​ຕ້ອງການ​ດ້ານ​ຊັບພະຍາກອນ​ມະນຸດ ​ແລະ ຂໍ້​ມູນ​ຂ່າວ​ຕະຫຼາດ​ແຮງ​ງານ​ຂອງ​ປະ​ເທດ ​ແລະ ບັນດາ​ແຂວງ, ນະຄອນ, ຕ້ອງ​ສົມທົບ​ກັນ​ລະຫວ່າງ​ບັນດາ​ອົງການ​ຄຸ້ມ​ຄອງ ບຳລຸງ​ສ້າງ ກັບ​ບັນດາ​ຫົວໜ່ວຍ​ບໍລິການ​ວຽກ​ເຮັດ​ງານ​ທຳ, ຮາກ​ຖານ​ສອນ​ວິຊາ​ຊີບ, ບັນດາ​ວິ​ສາ​ຫະກິດ​ຕາມ​ລະບົບ​ມາດຖານ ​ແລະ ​ເປັນ​ປະຈຳ, ຍູ້​ແຮງ​ວຽກ​ງານ​ຈັດ​ສັນ​ລະຫວ່າງ​ການ​ສຶກສາ​ຂັ້ນ​ມະຫາວິທະຍາ​ໄລ ​ແລະ ສຶກສາ​ສອນ​ວິຊາ​ຊີບ, ຍົກ​ສູງ​ຄຸນ​ນະພາ​ບການ​ເຄື່ອນ​ໄຫວ​ຂອງ​ບັນດາ​ສູນ​ແນະນຳ​ວຽກ​ເຮັດ​ງານ​ທຳ.


ຂ່າວ/ບົດ​ອື່ນ