ຄວນໜູນຊ່ວຍວິສາຫະກິດຍາດແຍ່ງໂອກາດຈາກປະຊາຄົມເສດຖະກິດອາຊຽນ AEC

ຄວນໜູນຊ່ວຍວິສາຫະກິດຍາດແຍ່ງໂອກາດຈາກປະຊາຄົມເສດຖະກິດອາຊຽນ AEC - ảnh 1
ຂະ​ແໜງ​ຕຳ​ແຜ​ນ່​ຕັດ​ຫຍິບ​ຫວຽດ​ນາມ

(vovworld)-ປີ 2015, ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາຊຽນ AEC ຈະ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ອັນ​ໄດ້​ເປີດ​ກາ​ລະ​ໂອ​ກາດ​ໃຫຍ່​ໃຫ້​ແກ່​ເສດ​ຖະ​ກິດ​ຫວຽດ​ນາມ​ເວົ້າ​ລວມ ແລະ ປະ​ຊາ​ຄົມ​ວີ​ສາ​ຫະກິດເວົ້າ​ສະ​ເພາະ. ເພື່ອ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ເຕີບໂຕ​ການ​ສົ່ງ​ອອກ​ໄປ​ຍັງ​ຕະຫຼາດນີ້, ບັນ​ດາ​ວິ​ສາ​ຫະ​ກິດ, ເປັນ​ຕົ້ນ​ແມ່ນ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ຄວນ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ທາງ​ດ້ານ​ເງິນ​ລົງ​ທຶນ​ເພື່ອ​ທຳ​ການ​ຜະ​ລິດ ແລະ ຍົກ​ສູງ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ. ນັກ​ທະ​ນາຍ​ຄວາມ ເຈືອງ​ແທງ​ດຶກ, ຫົວ​ໜ້າ​ສະ​ໂມ​ສອນ​ລະ​ບອບ​ກົດ​ໝາຍ​ທະ​ນາ​ຄານ ຖື​ວ່າ : (ເທບ)

    “ ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ​ເມື​ອ່​ແກ່ງ​ແຍ້ງ​ກັບ​ວິ​ສາ​ຫະ​ກິດ​ໃຫຍ່​ຢູ່​ພາຍ​ໃຍ​ປະ​ເທດ ແມ່ນ​ຍາກ​ຢູ່​ແລ້ວ, ແຕ່​ເມື​ອ່​ເຂົ້າ​ຮ່ວມ​ພາກ​ພື້ນ​ຄື​ໃນ​ປະ​ຊາ​ຄົມ​ອາ​ຊຽນ​ນັ້ນ, ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ການ​ແກ່ງ​ແຍ້ງ​ຍິ່ງ​ຫຍຸ້ງ​ຍາກກວ່າ. ປະ​ຈຸ​ບັນ, ລັດ​ຖະ​ບານ​ໄດ້​ມີ​ນະ​ໂຍ​ບາຍ​ສົ່ງ​ເສີມ​ບັນ​ດາ​ຂະ​ແໜງ​ການ, ຂົງ​ເຂດ​ເຂດ​ຕ່າງ​ທີ່​ເຄື່ອນ​ໄຫວ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ແມ່ນ​ໄດ້​ຮັບ​ການ​ກູ້​ຢືມ​ທຶນ​ດ້ວຍ​ຄ່າ​ດອກ​ເບ້ຍ​ຕ່ຳ. ຫວັງ​ວ່າ ໃນ​ໄລ​ຍະ​ທີ່​ຈະ​ມາ​ເຖິງ, ບັນ​ດາ​ທະ​ນາ​ຄານ​ຈະ​ສຸມ​ໃສ່​ກັບ​ຄືນ​ສູ່​ໜູນ​ຊ່ວຍ​ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ ແລະ ນ້ອຍ ”

ຕອບກັບ

ຂ່າວ/ບົດ​ອື່ນ