ຄວາມປະທັບໃຈໃນຄ່ຳຄືນຮອບຊີງຊະນະເລີດງານປະກວດເສື້ອຍາວພັນລະຍາ ເອີຣົບ 2018 ຢູ່ ເຊັກໂກ

(VOVWORLD) - ຄ່ຳຄືນວັນທີ 17 ມິຖຸນາ, ຮອບຊີງຊະນະເລີດງານປະກວດເສື້ອຍາວພັນລະຍາທົ່ວເອີຣົບ 2018 ໄດ້ສິ້ນສຸດລົງຢູ່ນະຄອນຫລວງ ປຣາຮາ.

ໂດຍຜ່ານການແຂ່ງຂັນ 3 ຮອບ, ຄະນະກຳມະການໄດ້ເລືອກເຟັ້ນຄົນງາມທີ່ເປັນພັນລະຍາ 50 ຄົນ, ຫລັງຈາກນັ້ນຄັດເລືອກເອົາ 25 ຄົນ ແລະ ສຸດທ້າຍເລືອກເອົາ 8 ຄົນທີ່ດີເລີດທີ່ສຸດ ເພື່ອເຂົ້າຮ່ວມການແຂ່ງຂັນຕອບຄຳຖາມກ່ຽວກັບຫົວຂໍ້ວ່າ ເສື້ອຍາວໃນອະດີດ ແລະ ປັດຈຸບັນ, ເສື້ອຍາວກັບແມ່ຍິງ, ຄຸນນະທາດ ແລະ ບົດບາດຂອງແມ່ຍິງໃນສັງຄົມທັນສະໄໝ…ນາງງາມ ເຈິ່ນຮ່ວາງມາຍແອງ ມາຈາກ ໂປໂລຍ ຍາດໄດ້ມົງກຸດອັນຊົງກຽດໃນກຸ່ມພັນລະຍາເກນອາຍຸແຕ່ 31 – 50ປີ. ນາງ ເຈິ່ນຮ່ວາງມາຍແອງ ໃຫ້ຮູ້ວ່າ:

        “ນີ້ແມ່ນການແຂ່ງຂັນທີ່ລັກສະນະວັດທະນະທຳມະນຸດທີ່ສຸດ, ເຊິ່ງໄດ້ເຊີດຊູຄວາມງາມກ່ຽວກັບຮ່າງກາຍກໍ່ຄືການປະພຶດ ແລະ ຄວາມງາມທາງດ້ານສະຕິປັນຍາ ຂອງແມ່ຍິງໃນສັງຄົມທັນສະໄໝ. ດ້ວຍຖານະບົດບາດເປັນຜູ້ຊະນະເລີດຂອງງານປະກວດ, ຂ້າພະເຈົ້າ ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ໃນການໂຄສະນາສຳລັບຄວາມງາມອັນມີສະເໜ່, ອ່ອນໂຍນຂອງເສືຶ້ອຍາວ ຫວຽດນາມ ຢູ່ບໍ່ວ່າແຫ່ງຫົນໃດ.

ຕອບກັບ

ຂ່າວ/ບົດ​ອື່ນ