ຄວາມມານະພະຍາຍາມຂອງ ອາເມລິກາ ແນໃສ່ແບ່ງແຍກ ເອີຣົບ ແມ່ນ “ບໍ່ມີປະໂຫຍດ”

(VOVWORLD) - ໃນສານທີ່ສົ່ງເຖິງທ່ານປະທານາທິບໍດີ Donald Trump ໃນວັນທີ 18 ກໍລະກົດ, ກ່ອນທີ່ດຳເນີນການປຶກສາຫາລືກັບການນຳ ອາເມລິກາ ຢູ່ ວໍຊິງຕັນ ໃນອາທິດໜ້າ,
ຄວາມມານະພະຍາຍາມຂອງ ອາເມລິກາ ແນໃສ່ແບ່ງແຍກ ເອີຣົບ ແມ່ນ “ບໍ່ມີປະໂຫຍດ” - ảnh 1ທ່ານປະທານຄະນະກຳມະການ ເອີຣົບ (EC) Jean-Claude Juncker (ພາບ: AFP/TTXVN )

ທ່ານປະທານຄະນະກຳມະການ ເອີຣົບ (EC) Jean-Claude Juncker ເນັ້ນໜັກວ່າ ບັນດາຄວາມມານະພະຍາຍາມຂອງ ອາເມລິກາ ແນໃສ່ແບ່ງແຍກສະຫະພາບ ເອີຣົບ (ອີຢູ) ໃນຂົງເຂດການຄ້າ ລ້ວນແຕ່ “ບໍ່ມີປະໂຫຍດ”.

        ທ່ານປະທານ EC ຢືນຢັນວ່າ: ທ່ານຢາກເຮັດໃຫ້ທ່ານປະທານາທິບໍດີ ອາເມລິກາ ເຂົ້າໃຈໄດ້ ຈຸດຫຼັກແຫຼ່ງໃນບັນຫາການຄ້າ, ເຊິ່ງແມ່ນສິ່ງທີ່ກ່ອນນີ້ ທ່ານຍັງບໍ່ທັນເກ້ຍກ່ອມປະທານາທິບໍດີ ອາເມລິກາ ໄດ້ເທື່ອ.  ເມື່ອຖືກຖາມກ່ຽວກັບຄວາມມານະພະຍາຍາມຂອງທ່ານປະທານາທິບໍດີ Donald Trump ທີ່ແນໃສ່ຊຸກຍູ້ບັນດາຂໍ້ຕົກລົງ 2 ຝ່າຍ, ທ່ານປະທານ EC ເນັ້ນໜັກວ່າ: ອີຢູ ແລະ ຕະຫລາດຂອງສະຫະພາບນີ້ “ບໍ່ອາດຕັດຕັກແຍກອອກຈາກກັນໄດ້” ແລະ “ທຸກຄວາມມານະພະຍາຍາມທີ່ແນໃສ່ແບ່ງແຍກ ເອີຣົບນັ້ນ ລ້ວນແຕ່ບໍ່ມີປະໂຫຍດ”.

ຕອບກັບ

ຂ່າວ/ບົດ​ອື່ນ