ຄວາມມານະພະຍາຍາມລົບລ້າງບັດເຫຼືອງຂອງສະຫະພາບເອີລົບ ສຳລັບສິນໃນນ້ຳ ຫວຽດນາມ

(VOVWORLD) - ເລື່ອງຕ້ານການຂຸດຄົ້ນຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕາມຂໍ້ກຳນົດ (IUU), ຫວຽດນາມ ຄວນມີການກະທຳລະອຽດ, ຕັ້ງໜ້າ
ຄວາມມານະພະຍາຍາມລົບລ້າງບັດເຫຼືອງຂອງສະຫະພາບເອີລົບ ສຳລັບສິນໃນນ້ຳ ຫວຽດນາມ - ảnh 1ພາບປະກອບ

ຕາມກົມໃຫຍ່ສິນໃນນ້ຳ, ສັງກັດກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ແລ້ວ, ເມື່ອສິ້ນສຸດບັ້ນກວດກາຢູ່ ຫວຽດນາມ ແຕ່ວັນທີ 16 – 24 ພຶດສະພາ 2018, ຄະນະກຳມະການເອີລົບ (EC) ຖືວ່າ: ເລື່ອງຕ້ານການຂຸດຄົ້ນຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ຖືກຕາມຂໍ້ກຳນົດ (IUU), ຫວຽດນາມ ຄວນມີການກະທຳລະອຽດ, ຕັ້ງໜ້າ, ແຂງແຮງກ່ວາໃນພຶດຕິກຳຕົວຈິງໜຶ່ງ. ໃນບັນດາຂໍ້ສະເໜີແນະຂອງ EC ຍົກອອກມາ ເຊິ່ງ ຫວຽດນາມ ຕ້ອງບຸລິມະສິດໃນໄລຍະຈະມາເຖິງແມ່ນແຕ່ວັນທີ 1 ມັງກອນ 2019, ກ່ຳປັ່ນຫາປາທີ່ມີລວງຍາວແຕ່ 24 ແມັດ ຂຶ້ນໄປໝົດທຸກລຳຕ້ອງໄດ້ຕິດຕັ້ງອຸປະກອນຕິດຕາມກວດກາວິວັດການດ້າວຍເຕັກໂນໂລຊີດາມທຽມ, ເພີ່ມທະວີວຽກງານກວດກາກ່ຳປັ່ນຫາປາຢູ່ທ່າກ່ຳປັ່ນ, ຢູ່ທະເລ ແລະ ນຳໃຊ້ຂໍ້ມູນຕິດຕາມກວດກາການເຄື່ອນໄຫວຢ່າງມີລະບົບ, ຊັດເຈນ ເພື່ອຮັບປະກັນຜະລິດຕະພັນທີ່ສົ່ງອອກໄປຍັງຕະຫຼາດ ອີຢູ ແຈ້ງຕົ້ນກຳເນີດ, ຮັບປະກັນລັກສະນະຖືກຕ້ອງຕາມກົດໝາຍຂອງບັນດາຜະລິດຕະພັນໄດ້ກຳນົດ, ຢັ້ງຢືນ.

        ທ່ານ ຫງວຽນຮ່ວາຍນາມ, ຮອງເລຂາທິການໃຫຍ່ສະຫະສະມາຄົມສິນໃນນ້ຳ ຫວຽດນາມ ໃຫ້ຮູ້ວ່າ:

        “ສະຫະສະມາຄົມ, ປະຊາຄົມວິສາຫະກິດປາດຖະໜາວ່າ: ຢູ່ຂັ້ນທ້ອງຖິ່ນເຮັດແນວໃດເພື່ອຜັນຂະຫຍາຍໃຫ້ແຂງແຮງກ່ວາອີກນັ້ນ. ທຳອິດຕ້ອງມານະພະຍາຍາມປະຕິບັດຕາມບັນດາກົດໝາຍໄດ້ປະກາດໃຊ້ຄື: ກົດໝາຍວ່າດ້ວຍສິນໃນນ້ຳ, ບັນດາມະຕິ, ຂໍ້ຕົກລົງ, ຄຳສັ່ງຂອງນາຍົກລັດຖະມົນຕີເປັນຢ່າງດີ ເພື່ອສ້າງພື້ນຖານມຸ່ງໄປເຖິງເດືອນມັງກອນ 2019 ເມື່ອ EU ສົ່ງຄະນະກວດກາມາກວດກາຄືນ, ຕີລາຄາບັນດາຄວາມມານະພະຍາຍາມຂອງ ຫວຽດນາມ ໃນການຕ້ານການຂຸດຄົ້ນຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).”

ຕອບກັບ

ຂ່າວ/ບົດ​ອື່ນ