ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດບໍ່ທັນແຕກຕົກຄ້າງຫລັງສົງຄາມຢູ່ຫວຽດນາມ

ຄວາມມານະພະຍາຍາມແກ້ໄຂຜົນຮ້າຍຢ້ອນຫລັງຈາກລູກລະເບີດບໍ່ທັນແຕກຕົກຄ້າງຫລັງສົງຄາມຢູ່ຫວຽດນາມ - ảnh 1
ວຽກ​ງານ​ເກັບ​ກູ້​ລະ​ເບີດບໍ່​ທັນ​ແຕກ​ຫລັງ​ສົງ​ຄາມ
ພາບ:baomoi.com

(vovworld)- ຕອນ​ບ່າຍ​ວັນ​ທີ 28/3, ​ທີ່​ຮ່າ​ໂນ້ຍ ກະ​ຊວງ​ແຮງ​ງານ ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ຈັດ​ຕັ້ງ​ການ​​ພົບ​ປະ​ສົນ​ທະ​ນາ​ແຈ້ງ​ຂ່າວ​ກ່ຽວ​ກັບ​ວຽກ​ງານ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກ​ຕົກ​ຄ​້າງ​ຫລັງ​ສົງ​ຄາມ​ຢູ່​ຫວຽດ​ນາມ. ນີ້​ແມ່ນ​ການ​ເຄື່ອ​ນ​ໄຫວ​ມຸ່ງ​ໄປ​ເຖິງ​ການ​ສະ​ເຫລີມ​ສະ​ຫລອງວັນ​ປ້ອງ​ກັນ,ຄວບ​ຄຸມ​ລູກ​ລະ​ເບີດ (4/4). ຫວຽດ​ນາມ​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ປະ​ເທດ​ຖືກ​ມົນ​ລະ​ພິດຈາກ​ລູກ​ລະ​ເບີດ​ຢ່າງ​ຮ້​າຍ​ແຮງ ແລະ ຖືກ​ຜົນ​ຮ້າຍ​ຢ້ອນ​ຫລັງ​ຢ່າງ​ຫ​ນັກ​ຫ​ນ່ວງກວ່າ​ໝູ່​ໃນ​ໂລກ. ຄາດ​ວ່າ ປະ​ລິ​ມານ​ລູກ​ລະ​ເບີດ​ບໍ່​ທັນ​ແຕກທີ່​ຍັງ​ຕົກ​ຄ້າງ​ຫລັງ​ສົງ​ຄາມ​ປະ​ມານ 800.000 ໂຕນ, ເຮັດ​ໃຫ້​ 20% ເນື້ອ​ທີ່​ດິນ​ໃນ​ທົ່ວ​ປະ​ເທດ​ຖືກ​ມົນ​ລະ​ພິດ. ​ປະ​ຈຸ​ບັນ, ລູກ​ລະ​ເບີດ, ວັດ​ຖຸ​ລະ​ເບີດບໍ່​ທັນ​ແຕກ​ຍັງ​ຕົກ​ຄ້າງ​​ຢູ່​ກະ​ແຈກ​ກະ​ຈາຍ​ທົ່ວ​ບັນ​ດາ​ແຂວງ, ນະ​ຄອນ, ໃນ​ນັ້ນ ສ​ຸມ​ໃສ່​ຫລາຍ​ສຸດ​ແມ່ນ​ຢູ່​ພາກ​ກາງ​ຫວຽດ​ນາມ. ​ໃນ​ຊຸມ​ປີ​ຜ່ານ​ມາ, ພັກ ແລະ ລັດ ໄດ້​ກຳ​ນົດ​ເລື່ອງ​ແກ້​ໄຂ​ຜົ​ນ​ຮ້າຍ​ຈາກ​ລູກ​ລະ​ເບີດ, ວັດ​ຖຸ​ລະ​ເບີດບໍ່​ທັນບໍ່​ທັນ​ແຕກ​ຫລັງ​ສົງ​ຄາມ ແມ່ນ​ຫ​ນ້າ​ທີ່​ຮີບ​ດ່ວນ ແລະ ເປັນ​ປະ​ຈຳ, ຍາວ​ນານ. ທ່ານ ໂຕ​ດືກ, ຮອງ​ຫົວ​ຫ​ນ້າ​ກົມ​ອຸ​ປະ​ກະ​ລະ​ສັງ​ຄົມ ໃຫ້​ຮູ້​ວ່າ:

        “​ແຕ່​ລະ​ປີ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສ​ຍ​ອົງ​ຄະ ແລະ ສັງ​ຄົມ ໄດ້​ແນະ​ນຳ​ໃຫ້​ບັນ​ດາ​ທ້ອງ​ຖິ່ນ​ຜັນ​ຂະ​ຫ​ຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ໜູນ​ຊ່ວຍ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກ. ໃນ​ນັ້ນ ເອົາ​ໃຈ​ໃສ່​ເຖິງ​ການ​ສອນ​ວິ​ຊາ​ຊີບ, ວຽກ​ເຮັດ​ງານ​ທຳ​ໃຫ້​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ຫ​ນູນ​ຊ່ວຍ​ຮູບ​ແບບ​ທຳ​ມາ​ຫາ​ກິນ​ຄື: ລ້ຽງ​ງົວ, ລ້ຽງ​ໝູ, ປູກ​ເຫັດ ແລະ ປະ​ຕິ​ບັດ​ບໍ​ລິ​ການ​ຈຳ​ນວນ​ຫ​ນຶ່ງ​ເໝ​າ​ະ​ສົມ​ກັບ​ຄວາມ​ຕ້ອງ​ການ​ດ້ານ​ສຸ​ຂະ​ພາບ​ຂອງ​ບັນ​ດາ​ຜູ້​ປ​ະ​ສົບ​ເຄາະ​ຮ້າຍ​ຈາກ​ລູກ​ລະ​ເບີດບໍ່​ທັນ​ແຕກ ແລະ ຄວາມ​ຕ້ອງ​ການ​ຂອງ​ຕະ​ຫລາດ​ຢູ່​ບໍ​ລິ​ເວນ.”

 

 

 


ຕອບກັບ

ຂ່າວ/ບົດ​ອື່ນ