ຄວາມມີເສລີພາບຢູ່ທະເລຕາເວັນອອກ ຈະຮັບປະກັນສິດເສລີໃນການເດີນເຮືອ, ການບິນ ແລະ ການຄ້າສາກົນ

ຄວາມມີເສລີພາບຢູ່ທະເລຕາເວັນອອກ ຈະຮັບປະກັນສິດເສລີໃນການເດີນເຮືອ, ການບິນ ແລະ ການຄ້າສາກົນ - ảnh 1
(ກອງ​ປະຊຸມ​ສຳ​ມະ​ນາສາ​ກົນກ່ຽວກັບທະ​ເລ​ຕາ​ເວັນ​ອອກ)

(vovworld) – ຕອນ​ເຊົ້າ​ວັນ​ທີ 26/07, ຢູ່​ນະຄອນ​ໂຮ່ຈິ​ມິນ, ສະມາຄົມ​ກົດໝາຍ​ສາ​ກົນ ສົມທົບ​ກັບ​ມະຫາວິທະຍາ​ໄລ​ກົດໝາຍ​ນະຄອນ ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາສາ​ກົນ “ບັນດາ​ແງ່​ມູນ​ດ້ານ​ກົດໝາຍ​ທີ່​ກ່ຽວຂ້ອງ​ເຖິງ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄລ​ຢາງ 981 ຢ່າງ​ຜິດ​ກົດ​ໝາຍ​ໃນ​ເຂດ​ນ່ານທະ​ເລ​ຂອງ​ຫວຽດນາມ”.  ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຳມະນາ​ມີ​ນັກຮຽນ​ຮູ້ເຊິ່ງ​ເປັນ​ຜູ້​ຊ່ຽວສານກ່ຽວ​ກັບ​ກົດໝາຍ​ສາກົນ 50 ຄົນ ​ທີ່​ມາ​ຈາກ 12 ປະ​ເທດ, ຕາງ​ໜ້າ​ໃຫ້​ບາງ​ອົງການ​ການ​ທູດ​, ອົງການ​ຈັດ​ຕັ້ງສາກົນ ​ແລະ ບັນດາ​ນັກ​ຄົ້ນຄວ້າ​ຂອງ​ຫວຽດນາມ. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ບັນດາ​ນັກຮຽນ​ຮູ້​ຢືນຢັນ​ວ່າ: ທະ​ເລ​ຕາ​ເວັນ​ອອກ​ແມ່ນ​​ເສັ້ນທາງ​ທະ​ເລສາກົນ​ທີ່​ສຳຄັນ ​ແລະ ມີ​ທີ່​ຕັ້ງ​ດ້ານ​ພູມ​ສາດ​ການ​ເມືອງສຳຄັນ​ພິ​ເສດ ບໍ່​ພຽງ​ແຕ່​ສຳລັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ເທົ່າ​ນັ້ນ ຫາກ​ຍັງ​ຂອງ​ທົ່ວ​ໂລກ​ອີກ​ດ້ວຍ. ສະ​ນັ້ນ, ການ​ຮັກສາ​ສະພາບ​ແວດ​ລ້ອມທີ່​ໝັ້ນຄົງ, ຮ່ວມ​ມື ​ແລະ ພັດທະນາ​ຢູ່​ທະ​ເລ​ຕາ​ເວັນ​ອອ​ກ​ແມ່ນ​ພັນທະ​ຂອງ​ບັນດາ​ປະ​ເທດ ​ແລະ ​ແມ່ນ​ປັດ​ໄຈ​ສຳຄັນ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ, ສິດ​ເສລີ​ໃນ​ການ​ເດີນ​ເຮືອ​, ການບິນ ​ແລະ ການ​ຄ້າ​ສາກົນ. ​ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​​ໄດ້​ຊຸກຍູ້​ບັນດາ​ຝ່າຍ​ທີ່​ກ່ຽວຂ້ອງ​ຮ່ວມ​ມື​ນຳ​ກັນ ບົນ​ພື້ນຖານ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ກົດໝາຍ​ວ່າ​ດ້ວຍ​ທະ​ເລ​ປີ 1982 ​ເພື່ອ​ແກ້​ໄຂ​ການ​ຂັດ​ແຍ້​ງ​ໂດຍ​ສັນຕິ​ວິທີ. ສາດສະດາຈານ, ປະລິຍາ​ເອກ ມາຍ​ຮົ່ງກຸ່ຍ, ຫົວ​ໜ້າ​ມະຫາວິທະຍາ​ໄລ​ກົດໝາຍ​ນະຄອນ​ໂຮ່ຈິ​ມິນ ຢືນຢັນ​ວ່າ.

        “ເລື່ອງ​ຈີນ ຕັ້ງ​ຮ້ານ​ເຈາະ​ນ້ຳມັນ​ໄຮ​ຢາງ 981 ​ໃນ​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ​​ໄດ້​ຕັ້ງ​ບັນຫາ​ການ​ເມືອງ, ກົດໝາຍ​ອອກ​ມາ. ບັນດາ​ນັກຮຽນ​ຮູ້​ລ້ວນ​ແຕ່​ເວົ້າ​ເຖິງ​ແງ່​ມູມສິດທິມະ​ນຸດ, ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຊາວ​ປະມົງ ​ແລະ ວິທີ​ເຊິ່ງຈີນ ​ໄດ້​ແກ້​ໄຂ. ສະ​ນັ້ນ, ຮຽກຮ້ອງ​ໃຫ້​ຕ້ອງ​ມີ​ຄຳ​ຕອບ​ໃຫ້​ແກ່​ທຸກໆ​ຄຳ​ຖາມ ​ເຊິ່ງທັງ​ຊາດ​ຫວຽດນາມ ມີ​ຄວາມ​ສົນ​ໃຈ”.


ຂ່າວ/ບົດ​ອື່ນ