ຄວາມສວຍງາມຂອງປະເທດຫວຽດນາມຜ່ານການສັງເກດຂອງນັກທຸລະກິດອັກຊັງຕີນ

ຄວາມສວຍງາມຂອງປະເທດຫວຽດນາມຜ່ານການສັງເກດຂອງນັກທຸລະກິດອັກຊັງຕີນ - ảnh 1
ບົດ​ຂຽນ​ກ່ຽວ​ກັບ​ຄວາມ​ງາມ​ຂອງ​ປະ​ເທດ​ຫວຽດ​ນາມ

 (vovworld)- ວັນ​ທີ 14/4, ຫ​ນ້າ​ເວັບ Equilibrium Global ໄດ້​ແນະ​ນຳບົດ​ຂຽນ​ຂອງ​ນັກ​ທຸ​ລະ​ກິດ​ຊາວ ອັກ​ຊັງ​ຕີນ Guilermo Perez Cena ຫາກໍ່​ກັບ​ຄືນ​ຈາກ​ຫວຽດ​ນາມ ໃນ​​ການ​ເດີນທາງ​​ຢ້ຽ​ມ​ຢາມ​ຫວຽດ​ນາມ ມາ​ເປັນ​ເວ​ລາ 50 ວັນ, ໃນ​ນັ້ນ ໄດ້​ຍ້ອງ​ຍໍ​ຄວາມ​ສວຍ​​ງາມ​ຢ່າງ​ມະ​ຫັດ​ສະ​ຈັນຂອງ​ປະ​ເທດ​ຫວຽດ​ນາມ. ໃນ​ບົດ​ຂຽນ ນັກ​ທຸ​ລະ​ກິດ​ດັ່ງ​ກ່າວ ໄດ້​ຢືນ​ຢັນ​ວ່າ: ຄວາມ​ສວຍ​ງາມ​ແບບ​ທຳ​ມະ​ຊາດ​ຂອງ​ຫວຽດ​ນາມ ພວມ​ໃນ​ທ່າ​ພັດ​ທະ​ນາ​ເສດ​ຖະ​ກິດ ໄດ້​ສ້າງ​ຄວາມ​ດູດ​ດື່ມ​ພິ​ເສດ​ຕໍ່​ນັກ​ທ່ອງ​ທ່ຽວ​ຕ່າ​ງ​ປະ​ເທດ​ນັບ​ພັນໆ​ເທື່ອ​ຄົນ. ທ່ານ Cena ໄດ້​ຍ້ອງ​ຍໍ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ຂອງ​ຫວຽດ​ນາມ ຄື: ນະ​ຄອນ​ໂຮ່​ຈິ​ມີນ ແມ່ນ​ຕົວ​ເມືອງ​ທັນ​ສະ​ໄຫມ, ດຶງ​ດູດ​ນັກ​ທຸ​ລະ​ກິດ ແລະ ນັກ​ລົງ​ທຶນ​ມາ​ຈາກ​ຫລາຍ​ປະ​ເທດ​ໃນ​ໂລກ​ເປັນ​ຈຳ​ນວນ​ຫລວງ​ຫລາຍ. ໝູຍ​ແນ, ໂຮ້ຍ​ອານ ແລະ ຍາ​ຈາງ ແມ່ນ​ບັນ​ດາ​ທັດ​ສະ​ນີ​ຍະ​ພາບ​ມີ​ຄວາມ​ງາມ​ພິ​ເສດ. ຮ່າ​ໂນ້ຍ ແມ່ນ​ນະ​ຄອນ​ ຂະ​ຫ​ຍັນ​ຂັນ​ເຄື່ອນ, ແມ່ນ​ສະ​ຖານ​ທີ່​ຍັງ​ຮັກ​ສາ​ບັນ​ດາ​ສະ​ຖາ​ປັດ​ຕະ​ຍະ​ກຳ​ຝ​ລັ່ງ. ນອກນັ້ນ ​ລາຍ​ການ​ທ່ອງ​ທ່ຽວ​ລ່ອງ​ເຮືອ​ຊົມ​ຄວາມ​ງາມ​ຂອງ​ອ່າວ​ຫ້າ​ລອງ, ຫລື ​ຢ້ຽມ​ຢາມ ຊາ​ປາ ເພື່ອ​ຄົ້ນ​ຫາ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ຫ​ນ້ອຍ ກໍ່​ແມ່ນ​ສິ່ງ​ທີ່​ສ້າງ​ຄວາມ​ປະ​ທັບ​ໃຈ​ຕໍ່​ນັກ​ທ່ອງ​ທ່ຽວ. ບັນ​ດາ​ປັດ​ໄຈ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ຫວຽດ​ນາມ ພວມ​ກາຍ​ເປັນ​ຫ​ນຶ່ງ​ໃນ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ສຳ​ຄັນ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ