ຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ-ກຸ່ມຕະຫຼາດລວມອາເມລິກາໃຕ້

ຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືດ້ານການຄ້າລະຫວ່າງຫວຽດນາມ-ກຸ່ມຕະຫຼາດລວມອາເມລິກາໃຕ້ - ảnh 1

(vovworld) – ຄວາມ​ສາ​ມາດ​ບົ່ມ​ຊ້ອນຫຼາຍ​ຢ່າງ​ໃນ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ ​ຫວຽດ​ນາມ - ກຸ່ມ​ຕະຫຼາດ​ລວມ​ອາ​ເມ​ລິ​ກາ​ໃຕ້ - ນີ້​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ Rodolfo Caffaro Kramer, ປະ​ທານ​ຫ້ອງ​ການ​ການ​ຄ້າ ກຸ່ມ​ຕະຫຼາດ​ລວມ​ອາ​ເມ​ລິ​ກາ​ໃຕ້ (Mercosur) - ອາ​ຊຽນ ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ ແລ​ະ ເຮັດ​ວຽກ​ຢູ່ ຫວຽດ​ນາມ, ສິງ​ກະ​ໂປ ແລະ ອິນ​ໂດ​ເນ​ເຊຍ ​ໃນ​ລະ​ຫວ່າງວັນ​ທີ 10 -23/10. ຕາມ​ທ່ານ Rodolfo Caffaro Kramer ແລ້ວ, ການ​ພົວ​ພັນ​ດ້ານ​ການ​ຄ້າ​ລະ​ຫວ່າງ ຫວຽດ​ນາມ ແລະ Mercosur ໄດ້​ພັດ​ທະ​ນາ​ຢ່າງ​ຕັ້ງ​ໜ້າ​ໃນ​ໄລ​ຍະ​ຜ່ານ​ມາ. 2 ຝ່າຍ​ຍັງ​ມີ​ຄວາມ​ສາ​ມາດຫຼາຍ​ຢ່າງ​ເພື່ອ​ເປີດ​ກ້​ວາງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ອື່ນ, ໃນ​ນັ້ນ​ມີ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ເຫຼົ້າ​ແວງ.

       ເມື່ອ​ແບ່ງ​ປັນ​ທັດ​ສະ​ນະ​ກ່ຽວ​ກັບ​ຜົນ​ກະ​ທົບ​ຂອງ​ການ​ສ້າງ​ຕັ້ງ​ປະ​ຊາ​ຄົມ ອາ​ຊຽນ ສຳ​ລັບ ກຸ່ມ​ຕະຫຼາດ​ລວມ​ອາ​ເມ​ລິ​ກາ​ໃຕ້, ທ່ານ Kramer ຖື​ວ່າ: ນີ້​ແມ່ນ​ສິ່ງ​ທີ່​ສະ​ດວກ​ສຳ​ລັບ Mercosur, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ລົງ​ທຶນ. ຕາມ​ທ່ານ Kramer ແລ້ວ, ການ​ຫັນ​ການ​ຄ້າ, ການ​ລົງ​ທຶນ ແລະ ບໍ​ລິ​ການ​ເປັນ​ເສ​ລີ, ກໍ່​ຄື​ການ​ຫັນ​ບັນ​ດາ​ລະ​ບຽບ​ການ​ບໍ​ລິ​ຫານ​ ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ອາ​ຊຽນ ເປັນ​ງ່າຍ​ດາຍ, ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ຂອງວິ​ສາ​ຫະ​ກິດ ອາ​ເມ​ລິ​ກາ​ໃຕ້ ຢູ່​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ປະ​ຢັດ​​ເວ​ລາ ແລະ ເງິນ​ຄຳໄດ້ຫຼາຍ.


ຂ່າວ/ບົດ​ອື່ນ