ຄວາມສາມາດບົ່ມຊ້ອນໃນການພົວພັນຫວຽດນາມ-ຍີ່ປຸ່ນຍັງໃຫຍ່ຫຼວງທີ່ສຸດ

ຄວາມສາມາດບົ່ມຊ້ອນໃນການພົວພັນຫວຽດນາມ-ຍີ່ປຸ່ນຍັງໃຫຍ່ຫຼວງທີ່ສຸດ - ảnh 1
ທ່ານປະ​ທານ​ປະ​ເທດ​ຫວຽດ​ນາມ ເຈິ່ນ​ດ້າຍກວາງ
(ພາບ​ປະ​ກອບ)

(vovword)- ​​​​​​ເມື່ອ​ຕອບ​ສຳ​ພາດ​ຕໍ່​ນັກ​ຂ່າວ​ໜັງ​ສື​ພິມ “Yominuri” ຍີ່​ປຸ່ນ, ເນື່ອງ​ໃນ​ໂອ​ກາດ​​ ​​ພະ​ເຈົ້າ​ຈັກ​ກະ​ພັດ​ Akihito  ແລະ ພະ​ມະ​ເຫ​ສີ ຍີ່​ປຸ່ນ ສະ​ເດັດ​ມາ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຫວຽດ​ນາມ, ​ທ່ານປະ​ທານ​ປະ​ເທດ​ຫວຽດ​ນາມ ເຈິ່ນ​ດ້າຍກວາງ ຖື​ວ່າ: ຫວຽດ​ນາມ ແລະ ຍີ່​ປຸ່ນ ແມ່ນ​ສອງ​ປະ​ເທດ​ທີ່​ເຕັມ​ໄປ​ດ້ວຍ​ມູນ​ເຊື້ອ, ​ແບ່ງ​ປັນຫຼາຍ​ຈຸດ​ວັດ​ທະ​ນະ​ທຳ​ທີ່​ຄ້າຍ​ຄື​ກັນ, ຄຸນ​ຄ່າວັດ​ທະ​ນະ​ທຳ​ມະ​ນຸດ​, ນ້ຳ​ໃຈ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ. ຜ່ານ​ການ​​ສະ​ເດັດຢ້ຽມ​ຢາມຂອງ​ພະ​ເຈົ້າ​ຈັກ​ກະ​ພັດ ແລະ ພະ​ມະ​ເຫ​ສີ, ປະ​ຊາ​ຊົນ​ຫວຽດ​ນາມ​ປາ​ຖະ​ໜາ​ຢາກ​ມີ​ຄວາມ​ເຂົ້າ​ໃຈ​ກວ່າ​ກ່ຽວ​ກັບ​ມູນ​ເຊື້ອ, ວັດ​ທະ​ນະ​ທຳ, ສາ​ສະ​ໜາ ແລະ ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຍີ່​ປຸ່ນ.

        ທ່ານ​ປະ​ທານ​ປະ​ເທດ ເຈິ່ນ​ດ້າຍກວາງ ຢັ້ງ​ຢືນ​ວ່າ: ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ເພື່ອ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ ລະ​ຫວ່າງ​ສອງ​ປະ​ເທດ​ຫວຽດ​ນາມ-ຍີ່​ປຸ່ນ​ໃນ​ບັນ​ດາ​​ຂົງ​ເຂດ​ຍັງ​ໃຫຍ່ຫຼວງ​ທີ່​ສຸດ ເມື່ອ​ສອງ​ປະ​ເທດ​ຍັງມີຫຼາຍ​ທ່າ​ແຮງ ອາດ​ຈະ​ເພີ່ມ​ເຕີມ​ໃຫ້​ກັນ​ໄດ້. ກ່ຽວ​ກັບ​ດ້ານ​ເສດ​ຖະ​ກິດ ສອງ​ປະ​ເທດ​ຈະ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ການ​ຄ້າ, ການ​ລົງ​ທຶນ; ສົມ​ທົບ​ກັນ​ເພື່ອ​ນຳ​ໃຊ້​ ​ແຫຼ່ງ​ເງິນ​​ລົງທຶນ ODA ຂອງ​ຍີ່​ປຸ່ນ​ເຂົ້າ​ໃນ​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ​ຈຸດ​ສຸມ​ແຫ່ງ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ນຳ​ບັນ​ດາ​ໂຄງ​ການນີ້​ ກາຍເປັນ​ສັນ​ຍາ​ລັກ​ຂອງ​​ຜົນ​ສຳ​ເລັດ​ໃນ​ຂົງ​ເຂດ​​ການຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ​ສອງ​ປະ​ເທດ.


ຂ່າວ/ບົດ​ອື່ນ