ຄວາມເຄັ່ງຕຶງສືບຕໍ່ປິນຂັ້ນໄດຢູ່ຊ່ອງແຄບທະເລ Homuz

(VOVWORLD) -ກ່ຳປັ່ນ “Stena Impero” (ປັກທຸງອັງກິດ) ຖືກກັກ“ຕາມຂໍ້ສະເໜີຂອງອົງການການເດີນທະເລ ແລະ ກ່ຳປັ່ນ Hormozgan ເມື່ອເດີນທາງໄປຜ່ານຊ່ອງແຄບທະເລ Homuz ຍ້ອນບໍ່ເຄົາລົບບັນດາຂໍ້ກຳນົດການເດີນທະເລສາກົນ”. 
ຄວາມເຄັ່ງຕຶງສືບຕໍ່ປິນຂັ້ນໄດຢູ່ຊ່ອງແຄບທະເລ Homuz - ảnh 1 (ພາບປະກອບ: Reuters)

ໃນຖະແຫຼງການຫຼ້າສຸດ, ອົງການການພົວພັນມະຫາຊົນຂຶ້ນກັບກຳລັງພິທັກປະຕິວັດມຸດສະລິມອີຣານ (IRGC) ໃຫ້ຮູ້ວ່າ, ກ່ຳປັ່ນ “Stena Impero” (ປັກທຸງອັງກິດ) ຖືກກັກ“ຕາມຂໍ້ສະເໜີຂອງອົງການການເດີນທະເລ ແລະ ກ່ຳປັ່ນ Hormozgan ເມື່ອເດີນທາງໄປຜ່ານຊ່ອງແຄບທະເລ Homuz ຍ້ອນບໍ່ເຄົາລົບບັນດາຂໍ້ກຳນົດການເດີນທະເລສາກົນ”.  ພົນຈັດຕະວາ Ramezan Sharif ໄດ້ກ່າວຫາກ່ຳປັ່ນ Stena Impero ວ່າໃນຂະນະນັ້ນກ່ຳປັ່ນລຳນີ້ພວມຊອກຫາວິທີເພື່ອເຂົ້າຊ່ອງແຄບທະເລ Homuz ໂດຍບໍ່ຫົວຊາຕໍ່ບັນດາຂໍ້ກຳນົດໃນການເດີນທະເລ, ພ້ອມທັງຖືວ່າ, ມີໄພເກີດການຕຳກັບກ່ຳປັ່ນລຳອື່ນ ຍ້ອນກ່ຳປັ່ນຂົງສົ່ງນ້ຳມັນລຳນີ້ໄປ “ຜິດທິດ”.

        ປະຈຸບັນ ກ່ຳປັ່ນ Stena Impero ພ້ອມກັບລູກເຮືອ 23 ຄົນໄດນຳສົ່ງໄປທ່າກ່ຳປັ່ນ Bandar Abbas ຂອງອີຣານ ແລະ ບັນດາລູກເຮືອເຫຼົ່ານີ້ຈະຢູ່ໃນກ່ຳປັ່ນຈົນຮອດຍາມໃດການສືບສວນຂອງອົງການເຈົ້າໜ້າທີ່ອີຣັກ ສິ້ນສຸດລົງ.

        ກ່ຽວຂ້ອງເຖິງເຫດການດັ່ງກ່າວ, ອິນເດຍ, ຟີລິບປິນ, ຝລັ່ງ, ເຢຍລະມັນ… ໄດ້ສະເໜີໃຫ້ເຕເຮຣານ ຈົ່ງປ່ອຍຕົວບັນດາລູກເຮືອ ແລະ ກ່ຳປັ່ນຂົນສົ່ງນ້ຳມັນລຳດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ