ຄວາມເຄັ່ງຕຶງເກີນຂຶ້ນພາຍຫຼັງທີ່ລູກສອນໄຟຕວກກີຍິງເຮືອບິນSU-24ຂອງລັດເຊຍຕົກ

ຄວາມເຄັ່ງຕຶງເກີນຂຶ້ນພາຍຫຼັງທີ່ລູກສອນໄຟຕວກກີຍິງເຮືອບິນSU-24ຂອງລັດເຊຍຕົກ - ảnh 1
​ເຮືອ​ບິ​ນ SU-24 ຂອງ​ລັດ​ເຊຍ
(ພາບ​ປະ​ກອບ: AP)

(vovworld) - ​​ເຫດ​ການ​ເຮືອ​ບິນ​ສູ້​ຮົບ​ຂອງ​ລັດ​ເຊຍ ພວມ​ຜັນ​ຂະ​ຫຍ​າຍ​ໃນ​ບັ້ນ​ບຸກ​ໂຈມ​ຕີ​ຕ້ານກໍ່​ການ​ຮ້າຍ​ຢູ່​ຊີ​ຣີ ຖືກ​ລູກ​ສອນ​ໄຟ​ອາ​ກາດ​ຕ້ານ​ອາ​ກາດ​ຂອງ​ຕ​ວກ​ກີ ຍິງ​ຕົກ ໃນ​ວັນ​ທີ 24/11, ເຮັດ​ໃຫ​້​ສະ​ພາບ​ການ​ຢູ່​ພາກ​ພື້ນ, ພິ​ເສດ​ແມ່ນ​ການ​ພົວ​ພັນ​ລະ​ຫວ່າງ​ລັດ​ເຊຍ - ຕວກ​ກີ ເຄັ່ງ​ຕຶງ​ຍິ່ງກວ່າ​ເວ​ລາ​ໃ​ດ​ໝົດ. ຕາມ​ນັກ​ຂ​່າວ VOV ປະ​ຈຳ​ສະ​ຫະ​ພັນ​ລັດ​ເຊຍ​ ແລ້ວ, ຕະ​ຫຼອດ​ຄ່ຳ​ຄືນ​ວັນ​ທີ 24/11, ບັນ​ດາ​ຊ່ອງ​ໂທ​ລະ​ພາບ​ຊອງ​ລັດ​ເຊຍ ໄດ້​ແຜ່​ພາບ​ກ່ຽວ​​​​ກັບ​ເຫດ​ການ​ດັ່ງ​ກ່າວ ພ້ອມ​ກັບ​ຄຳ​ຖະ​ແຫຼງ​ທີ່​ແຂງ​ກະ​ດ້າງ​ຂອງ​ລັດ​ເຊ​ຍ. ກ່ອນ​ໜ້ານັ້ນ, ຕອນ​ບ່າຍ​ວັນ​ທີ 24/11, ເອກ​ອັກ​ຄະ​ລັດ​ຖະ​ທູດ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ NATO ໄດ້​ສິ້ນ​ສຸ​ດກອງ​ປະ​ຊຸມ​ໂດຍ​ດ່ວນຕາມ​ຄຳ​ສະ​ເໜີ​ຂອງ​ຕວ​ກ​ກີ (ສະ​ມາ​ຊິກ NATO), ຢູ່​ສຳ​ນັກ​ງານ​ຕັ້ງ​ຢູ່ບ​ຣ​ຸກ​ແຊນ, ປະ​ເທດ​ແບນ​ຊິກ, ໄດ້​ອອກ​ຖະ​ແຫຼງການ​ສັ້ນ​ດ້ວຍ​ເນື້ອ​ໃນ​ “ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ສືບ​ຕໍ່​ດຳ​ເນີນ​ບັນ​ດາການ​ພົບ​ປະ ດ້ວຍ​ຄວ​າມ​ທຸ່ນ​ທ່ຽງ ແລະ ຫຼີກ​ລ້ຽງ​ສະ​ພາບ​ການ​ປິນ​ຂັ້ນ​ໄດ”. ທ່ານ​ເລ​ຂາ​ທິ​ການ​ໃຫຍ່ NATO, Stoltenbec ເນັ້ນ​ໜັກ​ວ່າ “ການ​ທູດ ແລະ ຫີກ​ລ້ຽງ​ສະ​ພາບເຄັ່ງ​ຕຶງ​ແມ່ນ​ບັນ​ດາ​ເງື່ອນ​ໄຂ​ຈຳ​ເປັນ​ເພື່ອ​ແກ້​ໄຂວິ​ກິດ​ການ”. ແຕ່​ກໍ​ຕ້ອງ​ຊອກ​ຫາ​ກົນ​ໄກ​ເໝາະ​ສົມ “ຫ​ຼີິກ​ລ້ຽງ​ອຸ​ບັດ​ຕິ​ເຫດ​ທີ່​ຄ້າຍ​ຄື​ກັນ”. ວັນ​ທີ 24/11, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ກໍ​ໃຫ້​ຮູ້​ວ່າ, ທ່ານ​ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ​ການ​ກະ​ທ​ຳ​ນີ້ ແລະ ຮຽກ​ຮ້​ອງ​ໃຫ້​ທຸກ​ຝ່າຍ​ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​​ຮີບ​ດ່ວນ​ເພື່ອ​ແນ​ໃສ່​ຫຼຸ​ດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຖືກ​ປິນ​ຂຶ້ນ​ໄດ. ສ່ວນ​ປະ​ທານ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ ແລະ ​ປະ​ທານ​ນາ​ທິ​ບໍ​ດີ​ຝ​ລັ່ງ ຊຸກ​ຍູ້​ມົດ​ສະ​ກຸ ແລະ Ankara ຮັກ​ສາ​ການ​ສົນ​ທະ​ນາ ແລະ ຫ​ຼີິກ​ລ້ຽງ​ການ​ກະ​ທຳ​ເຮັດ​ໃຫ້​ສະ​ພາບ​ປິນ​ຂັ້ນ​ໄດ​ພາຍ​ຫຼັງ​ເກີດ​ເຫດ​ການນີ້.

ຂ່າວ/ບົດ​ອື່ນ