ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາກັບຄະນະກຳມະການກວດກາສູນກາງພັກປະຊາຊົນປະຕິວັດລາວ

(VOVWORLD) - ວັນທີ 16 ສິງຫາ, ທີ່ນະຄອນ ຮ່າຕີ໊ງ (ແຂວງ ຮ່າຕີ໊ງ), ຄະນະຜູ້ແທນຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ໄດ້ມີການພົບປະເຈລະຈາ, ແລກປ່ຽນບົດຮຽນກັບຄະນະຜູ້ແທນຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ.
ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາກັບຄະນະກຳມະການກວດກາສູນກາງພັກປະຊາຊົນປະຕິວັດລາວ - ảnh 1  ການພົບປະເຈລະຈາ (ພາບ: baohatinh.vn)

        ກ່າວຄຳເຫັນທີ່ການພົບປະເຈລະຈາ, ທ່ານ ເຈິ່ນເກິ໋ມຕູ໊, ປະທານຄະນະກຳມະການກວດກາສູນກາງພັກເນັ້ນໜັກວ່າ: ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ຈະສົມທົບຢ່າງແໜ້ນແຟ້ນກັບຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ສືບຕໍ່ປະຕິບັດຂໍ້ຕົກລົງຂັ້ນສູງລະຫວ່າງ 2 ພັກ, ຂໍ້ຕົກລົງການຮ່ວມມືລະຫວ່າງ 2 ຄະນະກຳມະການກວດກາຢ່າງມີປະສິດທິຜົນ, ປະກອບສ່ວນປັບປຸງ, ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ.

ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາກັບຄະນະກຳມະການກວດກາສູນກາງພັກປະຊາຊົນປະຕິວັດລາວ - ảnh 2 ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ (ພາບ: baohatinh.vn)
ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາກັບຄະນະກຳມະການກວດກາສູນກາງພັກປະຊາຊົນປະຕິວັດລາວ - ảnh 3 ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ (ພາບ: baohatinh.vn)

        ແລະກໍ່ໃນການພົບປະເຈລະຈາ, ທ່ານບຸນທອງ ຈິດມະນີ, ກຳມະການກົມການເມືອງ, ເລຂາສູນກາງພັກ, ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະກວດກາສູນກາງ, ຫົວໜ້າອົງການກວດກາລັດຖະບານລາວ ປາດຖະໜາວ່າ: ໃນໄລຍະຈະມາເຖິງ ຄະນະກວດກາສູນກາງພັກປະຊາຊົນປະຕິວັດລາວ ແລະ ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ຈະມີການສົມທົບກັນ, ຮ່ວມມືກັນກໍ່ຄືແບ່ງປັນບົດຮຽນໃນທຸກດ້ານ ເພື່ອຊຸກຍູ້ການພັດທະນາເສດຖະກິດ, ຮັກສາຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍລະຫວ່າງ 2 ປະເທດໃຫ້ເປັນປົກກະຕິ.

ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາກັບຄະນະກຳມະການກວດກາສູນກາງພັກປະຊາຊົນປະຕິວັດລາວ - ảnh 4 ທ່ານ ເຈິ່ນເກິ໋ມຕູ໊ (ພາບ: baohatinh.vn)
ຄະນະກຳມະການກວດກາສູນກາງພັກກອມມູນິດ ຫວຽດນາມ ພົບປະເຈລະຈາກັບຄະນະກຳມະການກວດກາສູນກາງພັກປະຊາຊົນປະຕິວັດລາວ - ảnh 5 ທ່ານບຸນທອງ ຈິດມະນີ (ພາບ: baohatinh.vn)

ຕອບກັບ

ຂ່າວ/ບົດ​ອື່ນ