ຄະນະກຳມະການຊົນເຜົ່າຜັນຂະຫຍາຍໜ້າທີ່ປີ 2017

ຄະນະກຳມະການຊົນເຜົ່າຜັນຂະຫຍາຍໜ້າທີ່ປີ 2017 - ảnh 1
ຄະນະກຳມະການຊົນເຜົ່າຜັນຂະຫຍາຍໜ້າທີ່ປີ 2017

(vovworld) - ​​​ຕອນ​ເຊົ້າ​ວັນ​ທີ 11/1 ຢູ່​ຮ່າ​ໂນ້ຍ, ຄະ​ນະ​ກຳ​ມະ​ການຊົນ​ເຜົ່າ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສະຫຼຸບ​ວຽກ​ງານ​ປີ 2016, ຜັນ​ຂະ​ຫຍາຍ​ໜ້າ​ທີ່​ປີ 2017. ປີ 2016 ລວມຍອດ​ແຫຼ່ງ​ເງິນ​ທຶນ ໂດຍ​ ຄະ​ນະ​ກຳ​ມະ​ການ​ເປັນ​ປະ​ທານ​ຈັດ​ແບ່ງ​ພັດ​ທະ​ນາ​ພື້​ນຖານ​ໂຄງ​ລ່າງ​ເຂດ​ຊົນ​ເຜົ່າ, ເຂດ​ພູ​ດອຍ​ຢູ່​ບັນ​ດາ​ທ້ອງ​ຖິ່ນ ບັນ​ລຸ​ໄດ້​ກວ່າ 7.000 ຕື້​ດົງ, ເພື່ອ​ລົງ​ທຶນກໍ່​ສ້າງ​ເກືອບ 6.000 ກິດ​ຈະ​ກຳ​ພື້ນ​ຖານ​ໂຄງ​ລ່າງ; ຮັກ​ສາ​ບູ​ລະ​ນະ​ປະ​ຕິ​ສັງ​ຂອນ​ເກືອບ 1.200 ກິດ​ຈະ​ກຳ; ກໍ່​ສ້າງ​ກິດ​ຈະ​ກຳ​ນໍ້​າ​ປະ​ປາໄດ້ 90 ແຫ່ງ; ໜູນ​ຊ່ວຍ​ ແນວ​ພັນ​ປູກ, ສັດ​ລ້ຽງ, ຝຸ່ນ​ຊີ​ວະ​ພາບ, ວັດ​ຖຸ​ອຸ​ປະ​ກອນ​ເຄື່ອງ​ຈັກ​ໃຫ້​ນັບ​ແສນ​ຄອບ​ຄົວ​ທຸກ​ຍາກ, ໃກ້​ຈະ​ທຸກ​ຍາກ. ທີ່ກອງ​ປະ​ຊຸມ ຄະ​ນະກຳ​ມະ​ການ​ຊົນ​ເຜົ່າ​ວາງ​ເປົ້າ​ໝາຍ​ໃນ​ປີ 2017 ແມ່ນ​ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ມາດ​ຕະ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ແລະ ເຂດ​ພູ​ດອຍ​ຕາມ​ທິດ​ພັດ​ທະ​ນາ​ໄວ, ຍືນ​ຍົງ, ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດ​ທະ​ນາ​ລະ​ຫວ່າງ​ບັນ​ດາ​ຊົນ​ເຜົ່າ, ເຂດ, ພາກ. ສຸມ​ ແຫຼ່ງ​ກຳ​ລັງ​ຍູ້​ແຮງ​ການ​ພັດ​ທະ​ນາ​ການ​ຜະ​ລິດ, ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ; ເພີ່ມ​ທະ​ວີ​ລົງ​ທຶນ​ເຂົ້າ​​ພື້ນ​ຖານ​ໂຄງ​ລ່າງດ້ານ​ເສດ​ຖະ​ກິດ-ສັງ​ຄົມ, ກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່; ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​​ເຮັດ​ວຽກ​ງານ​ຊົນ​ເຜົ່າ.


ຂ່າວ/ບົດ​ອື່ນ