ຄະນະກຳມະການຊົນເຜົ່າລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບການຊຸກຍູ້ສິດຂອງຊາວຊົນເຜົ່າສ່ວນໜ້ອຍ

ຄະນະກຳມະການຊົນເຜົ່າລົງນາມໃນຂໍ້ຕົກລົງຮ່ວມມືກ່ຽວກັບການຊຸກຍູ້ສິດຂອງຊາວຊົນເຜົ່າສ່ວນໜ້ອຍ - ảnh 1
(ພາບປະກອບ)

(vovworld) – ວັນ​ທີ 03/03, ຢູ່​ຮ່າ​ໂນ້ຍ, ຄະນະ​ກຳມະການ​ຊົນ​ເຜົ່າ ​ແລະ ອົງການ ActionAid ສາກົນ​ປະຈຳ​ຫວຽດນາມ ​ໄດ້​ຈັດ​ພິທີ​ລົງ​ນາມ​ຂໍ້​ຕົກລົງ​ຮ່ວມ​ມື​ກ່ຽວ​ກັບ​ການຊຸກຍູ້​ສິດ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍຢູ່​ຫວຽດນາມ ​ໃນ​ໄລຍະ 2015 – 2017. ຂໍ້​ຕົກລົງ​ມີ​ຜົນ​ສັກ​ສິກ​ໃນ​ເວລາ 2 ປີ​ເຄິ່ງ, ​ເລີ່​ມ​ແຕ່​ເດືອນ 03/2015 ​ແລະ ສິ້ນ​ສຸດ​ລົງ​ໃນ​ວັນ​ທີ 30/09/2017. ດ້ວຍ​ຂໍ້​ຕົກລົງ​ດັ່ງກ່າວ, 2 ຝ່າຍ​ໃຫ້​ຄຳ​ໝັ້ນສັນຍາ​ຮ່ວມ​ມື ​ແລະ ​ເສີມ​ຂະຫຍາຍບັນດາ​ຂົງ​ເຂດ​ຄື: ທະວີ​ຄຸນ​ຮູບລ້ຽງ​ຊີບ​ຢ່າງ​ໝັ້ນຄົງ​ໃຫ້​ຊາວ​ໜຸ່ມ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍທີ່​​​ໄດ້​ຮັບ​ກາ​ນປະຕິບັດສຳ​ເລັດ​ຜົນຢູ່ ​ເງັ້ອານ ​ເພື່ອ​ສະ​ເໜີນະ​ໂຍບາຍ​ໃໝ່​ກ່ຽວ​ກັບ​ການລ້ຽງ​ຊີບ ​ແລະ ວຽກ​ເຮັດ​ງານ​ທຳ​ໃຫ້​ຊາວ​ໜຸ່ມ​ເຂດ​ຊົນ​ເຜົ່າ​ສ່ວນ​ໜ້ອຍ; ສຳ​ຫຼວດ​ບັນດາ​ການ​ເຄື່ອນ​ໄຫວ​ກ່ຽວ​ຂ້ອງ​ເຖິງ​ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ກ່ຽວ​ກັບ​ສິດ​ຂອງ​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ ​ແລະ ​ເຜີຍ​ແຜ່​ດ້ານ​ກົດໝາຍ, ນະ​ໂຍບາຍ​​ແນ​ໃສ່ຮັບປະກັນສິດ​ຂອງ​ຊາວຊົນ​ເຜົ່າ​ສ່ວນ​ໜ້ອຍ… ກ່າວ​ຄຳ​ເຫັນ​ທີ່​ພິທີ​ລົງ​ນາມ, ທ່ານ ຮ່ວາງ​ຊວນ​ເລືອ​ງ, ຮອງ​ຫົວໜ້າ​ຄະນະ​ກຳມະການ​ຊົນ​ເຜົ່າ ​ເນັ້ນ​ໜັກ​ວ່າ.

        “ຂ້າພະ​ເຈົ້າປາດ​ຖະໜາ​ວ່າ ActionAid ສາກົນ​ ຈະ​ສືບ​ຕໍ່​ເອົາ​ໃຈ​ໃສ່​ໜຸນ​ຊ່ວຍ​ດ້ານ​ການ​ເງິນ, ບົດຮຽນສາກົນ ​ເພື່ອ​ໃຫ້​ພວກ​ເຮົາ​ສາມາດ​ທະວີ​ຄຸນ​ບັນດາ​ຮູບ​ແບບ​ລ້ຽງ​ຊີບໃຫ້​ຊາວ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ເພື່ອ​ສາມາດຫຼຸດ​ພົ້ນ​ອອກ​ຈາກ​ຄວາມທຸກ​ຍາກ​ຢ່າງ​ໝັ້ນຄົງ. ສະ​ເໜີພວກເພື່ອນ​ໜູນ​ຊ່ວຍ​ໃຫ້​ຄະນະ​ກຳ​ມະ​ການ​ຊົນ​ເຜົ່າ​ຂອງ​ລັດຖະບານ​ຫວຽດນາມ ສຳ​ຫຼວດ, ຕີ​ລາຄາ, ພ້ອມ​ທັງ​ຕິດຕາມ​ກວດກາ​ບກາ​ນ​ເຄື່ອນ​ໄຫວຕ່າງໆ​ຂອງບັນດາອົງການ​ລັດ​ຫວຽດນາມ ​ໃນ​ການ​ຮັບປະກັນ​ສິດຜົນປະ​ໂຫຍ​ດຂອງ​ຊາວ​ຊົນ​ເຜົ​່າສ່ວນ​ໜ້ອຍ”.

ຂ່າວ/ບົດ​ອື່ນ