ຄະນະກຳມະການບັນດາຜູ້ຕາງໜ້າປະຈຳຢູ່ອາຊຽນຈັດກອງປະຊຸມເພື່ອກະກຽມໃຫ້ AMM48

ຄະນະກຳມະການບັນດາຜູ້ຕາງໜ້າປະຈຳຢູ່ອາຊຽນຈັດກອງປະຊຸມເພື່ອກະກຽມໃຫ້ AMM48 - ảnh 1
ຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມ
ກອງປະຊຸມກະກຽມ​ໃຫ້ AMM 48
(ພາບ: .vietnamplus.vn)


​​(vovworld) – ຕາມ​ສຳນັກ​ຊ່າວ​ສານ​ຫວຽດນາມ ປະຈຳ Kuala Lumpur, ວັນ​ທີ 01/08, ຄະນະ​ກຳມະການ​ບັນດາ​ຜູ້ຕາງໜ້າ​ປະຈຳ​ຢູ່​ອາ​ຊຽນ (CRP) ​ໄດ້​ຈັດ​ກອງ​ປະຊຸມ​ຢູ່​ສູນ​ການ​ຄ້າ​ໂລກ Putra, ຢູ່​ນະຄ​ອນຫຼວງ Kuala Lumpur, ປະ​ເທດ​ມາ​ເລ​ເຊຍ ​ເພື່ອ​ກະກຽມ​ໃຫ້​ກອງ​ປະຊຸມ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ອາ​ຊຽນ ຄັ້ງ​ທີ 48 (AMM 48) ​ແລະ ບັນດາ​ກອງ​ປະຊຸ​ມທີ່​ກ່ຽງ​ຂ້ອງ, ຖືກ​ດຳ​ເນີນ​ໄປ​ໃນ​​ລະຫວ່າງ​ວັນ​ທີ 01 – 06/08. ທີ່ ກອງ​ປະຊຸມ AMM 48, ບັນດາ​ລັດຖະມົນຕີ​ຈະ​ປຶກສາຫາລື​ບາງ​ບັນຫາ​ຄື: ການ​ສ້າງ​ຕັ້ງປະຊາ​ຄົມ​ອາ​ຊຽນ ​ໃນ​ປີ 2015; ລະດັບ​ຄວາມ​ຄືບ​ໜ້າ​ກ່ຽວ​ກັບ​ວິ​ໄສ​ທັດ​ປະຊາ​ຄົມ​ອາ​ຊຽນ ພາຍຫຼັງ​ປີ 2015; ​ແລກປ່ຽນ​ທັດ​ທະ​ນະ​ກ່ຽວ​ກັບ​ບາງ​ບັນຫາ​ສາກົນ ​ແລະ ພາກ​ພື້ນ ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ… ສິ້ນ​ສຸດ​ບັນດາ​ກອງ​ປະຊຸມ AMM 48 ​ແລະ ກອງ​ປະຊຸມ​ທີ່​ກ່ຽວ​ຂ້ອງ​ແມ່ນ​ເວທີ​ປາ​ໄສ​ພາກ​ພື້ນ​ອາຊຽນຄັ້ງ​ທີ 22, ​ເຊິ່ງຈະ​ດຳ​ເນີນ​ໄປ​ໃນ​ວັນ​ທີ 06/08, ​ໃນ​ນັ້ນ​ສຸມ​ໃສ່​ປຶກສາ​ຫລື​ບັນດາ​ບັນຫາ​ການ​ເມືອງ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ພາກ​ພື້ນ ​ແລະ ​ໃນ​ໂລກ.

ຂ່າວ/ບົດ​ອື່ນ