ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຍົກສູງບົດບາດໄຈ້ແຍກຕີລາຄາ

ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຍົກສູງບົດບາດໄຈ້ແຍກຕີລາຄາ - ảnh 1

(vovworld) – ​ ​ ຕອນ​ເຊົ້າ​ວັນ​ທີ 27/5, ຢູ່​ນະຄອນ ​ໂຮ່ຈິ​ມິນ, ຄະນະ​ປະຈຳ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ຈັດ​ຕັ້ງ​ການ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ວິ​ສາ​ຫະກິດ​ຢູ່​ນະຄອນ ກ່ຽວ​ກັບ​ບັນດາ​ຂໍ້​ຕິດ​ຂັດ, ຄວາມ​ຫຍຸ້ງຍາກ​ໃນ​ວິວັດ​ການ​ຜະລິດ, ການ​ດຳ​ເນີນ​ທຸລະ​ກິດ. ​​ເຂົ້າ​ຮ່ວມການ​ໂອ້​ລົມ​ສົນທະນາ​ມີ​ວິ​ສາ​ຫະກິດ ​ແລະ ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຂອງ​ນະຄອນ​ເປັນ​ຈຳນວນ​ຫຼວງ​ຫຼາຍ. ນະ​ທີ່​ນີ້, ບັນດາ​ວິ​ສາ​ຫະກິດສະ​ເໜີ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຍົກ​ສູງ​ບົດບາດ​ຕິດຕາມ​ກວດກາ ​ແລະ ​ໄຈ້​ແຍກ​ຕີ​ລາຄາ​ກ່ອນ ​ແລະ ຫຼັງການ​ສ້າງ​ກົດໝາຍ, ພິ​ເສດ​ແມ່ນ​ການ​ຕິດຕາມ​ກວດກາ​ການ​ປະຕິບັດ​ກົດໝາຍ. ຄຽງ​ຂ້າງ​ນັ້ນ, ບັນດາ​ວິ​ສາ​ຫະກິດ​ກໍ​ຍົກ​ອອກ​ບັນດາ​ຂໍ້​ຕິດ​ຂັດ​ຄື: ຂະ​​ແໜງການ​ທີ່​ກ່ຽວຂ້ອງ​​ບໍ່​ທັນ​ຄວບ​ຄຸມ​ໄດ້​ສິນຄ້າ​ປອມ​ໃນ​ຕະຫຼາດ, ກໍ່​ຄວາມ​ເສຍ​ຫາຍ​ໃຫ້​ວິ​ສາ​ຫະກິດ, ​ລາຍ​ຈ່າຍຂົນ​ສົ່ງສູງຍ້ອນ​ຄ່າ​​ ​ຜ່ານ​ຂົວ, ທາງບໍ່​ເໝາະ​ສົມ…ກ່ຽວ​ກັບ​ບັນຫາ​ສ້າງ​ກົດໝາຍ, ບັນດາ​ວິ​ສາ​ຫະກິດ​ຖື​ວ່າ: ກ່ອນ​ທີ່​ດຳ​ເນີນການ​ສ້າງ​ກົດໝາຍ, ບັນດາ​ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ​ຄວນ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ບັນດາ​ສະຫະ​ສະມາຄົມ​ຂະ​ແໜງອາຊີບ ​ແລະ ບັນດາ​ຫົວໜ່ວຍ​ທີ່​ໄດ້ຮັບ​ຜົນ​ສະທ້ອນ​ຈາກ​ກົດໝາຍ​ໂດຍ​ກົງ.



ຂ່າວ/ບົດ​ອື່ນ