ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເຮັດວຽກຢູ່ເຂດເຕັກໂນໂລຢີສູງນະຄອນໂຮ່ຈີມິນ

ຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມເຮັດວຽກຢູ່ເຂດເຕັກໂນໂລຢີສູງນະຄອນໂຮ່ຈີມິນ - ảnh 1
​ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​
ປະ​ເທ​ດຊາດ ຫວຽດນາມ ​​ເຮັດ​ວຽກ​ຢູ່​ເຂດ​ເຕັກ​ໂນ​ໂລ​ຢີສູງນະຄອນ ​ໂຮ່ຈີ​ມິນ


(vovworld) – ​ ​   ວັນ​ທີ 29/8, ຄະນະ​ຕິດຕາມ​ກວດກາ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດຊາດ ຫວຽດນາມ ​ໂດຍ​ທ່ານ ຫງວຽນ​ທ້ຽນ​ເຍີນ ປະທານ ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທ​ດຊາດ ຫວຽດນາມ ​ເປັນ​ຫົວໜ້າ​ຄະນະ ມີ​ການ​ເຮັດ​ວຽກ​ຢູ່​ເຂດ​ເຕັກ​ໂນ​ໂລ​ຢີສູງນະຄອນ ​ໂຮ່ຈີ​ມິນ ກ່ຽວ​ກັບ​ການ​ພັດທະນາ​ວິທະຍາສາດ - ​ເຕັກ​ໂນ​ໂລ​ຢີ ​ແລະ ກົດໝາຍ​ວ່າ​ດ້ວຍ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຢີ ຢູ່​ນະຄອນ ​ໂຮ່ຈີ​ມິນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮ​ັດວຽກ, ທ່ານ ຫງວຽນ​ທ້ຽນ​ເຍີນ ຕີ​ລາຄາ​ສູງ​ເຂດ​ເຕັກ​ໂນ​ໂລ​ຢີສູງ ນະຄອນ ​ໂຮ່ຈີ​ມິນ ​ໄດ້​ເຄື່ອນ​​ໄຫວ​ ​ຢ່າງມີ​ປະສິດທິ​ຜົນ ໃນ​ໄລຍະ​ຜ່ານ​ມາ. ການ​ເຄື່ອນ​ໄຫວ​ມີ​ປະສິດທິ​ຜົນ​ ຂອງ​ເຂດ​ເຕັກ​ໂນ​ໂລ​ຢີສູງນະຄອນ ໂຮ່ຈີ​ມິນ ​ໄດ້​ປະກອບສ່ວນ​ພໍ​ສົມຄວນ​ໃນ​ໂຄງການ​ໜູນ​ຊ່ວຍ​ຫັນປ່ຽນ​ໂຄງ​ປະກອບ​ເສດຖະກິດ, ຫັນປ່ຽນ​ຮູບ​ແບບ​​ເຕີບ​ໂຕ​ຂອງ​ນະຄອນ ຕາມ​ທິດ​ເພີ່ມ​ ອັດຕາສ່ວນ​ອຸດສາຫະກຳເຕັກ​ໂນ​ໂລ​ຢີສູງ, ການ​ບໍລິການ​ເຕັກ​ໂນ​ໂລ​ຢີສູງ​ເທື່ອ​ລະ​ກ້າວ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ກຳນົດ​ທິດ​ພັດທະນາເຂດ​ເຕັກ​ໂນ​ໂລ​ຢີສູງຂອງນະຄອນ​ຈະ​ກາຍ​ເປັນ​ໃຈກາງ​ຄົ້ນຄວ້າ​ພັດທະນາ​ວິ​ທະຍາ​ສາດເຕັກ​ໂນ​ໂລ​ຢີ​ແຮງ​ຂອງ​ພາກ​ພື້ນ, ​ນຳ​ໜ້າ​ໃນ​ການພັດທະນາ​ວິທະຍາສາດເຕັກ​ໂນ​ໂລ​ຢີຂອງ​ນະຄອນ, ​ເປັນ​ພາກສ່ວນ​ສຳຄັນຂອງ​ພື້ນຖານ​ເສດຖະກິດພູມ​ປັນຍາ​​ຂອງ​ນະຄອນ.


ຂ່າວ/ບົດ​ອື່ນ