ຄະນະກຳມະການອາຊຽນປະຈຳ Islammabad ຮັບຮອງເອົາແຜນການເຄື່ອນໄຫວ 2016

ຄະນະກຳມະການອາຊຽນປະຈຳ Islammabad ຮັບຮອງເອົາແຜນການເຄື່ອນໄຫວ 2016 - ảnh 1
(ພາບ​ປະ​ກອບ)

(vovworld) - ພາຍ​ໃຕ້​ການ​ເປັນ​ປະ​ທານ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫວຽດ​ນາມ ປະ​ຈຳ ປາ​ກິດ​ສະ​ຖານ ຫງວຽນ​ຊວນ​ລິວ, ປະ​ທານ​ຄະ​ນະ​ກ​ຳ​ມະ​ການ​ອາ​ຊຽນ ປະ​ຈຳ Islammabad (AIC) ອາ​ຍຸ​ການ 2016. ວັນ​ທີ 26/11, AIC ໄດ້​ຈັດ​ກອງ​ປະ​ຊຸມ​ເປັນ​ຄັ້ງ​ທຳ​ອິດ ເພື່ອ​ແລກ​ປ່ຽນ, ເປັນ​ເອ​ກະ​ພາບ ແລະ ຮັບ​ຮອງ​ເອົາ​ແຜນ​ການ​ເຄື່ອນ​ໄຫ​ວ. ທີ່​ກອງ​ປະ​ຊຸມ​, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ຊວນ​ລິວ ເນັ້ນ​ໜັກ​ວ່າ, ໃນ​ໄລ​ຍະ​ຈະ​ມາ​ເຖິງ, AIC ຕ້ອງ​ເພີ່ມ​ທະ​ວີ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົບ​ປະ​ແລກ​ປ່ຽນກັບ​ບັນ​ດາ​ອົງ​ການ, ກະ​ຊວງ, ຂະ​ແໜງ​ການ, ວົງ​ການ​ນັກ​ຮຽນ​ຮູ້​ວົງ​ການ​ນັກ​ຂ່າວຂອງ​ປະ​ເທດ​ເຈົ້າ​ພາບ, ພິ​ເສດ​ແມ່ນ​ການ​ນຳ​ ​ກະ​ຊວງ​ການ​ຕ່າງ​ປະ​ເທດ, ຜ​່ານນັ້ນ​ສ້າງ​ຊ່ອງ​ເຊື່ອມ​ຕໍ່​ລະ​ຫວ່າງ AIC ກັບ​ປະ​ເທດ​ເຈົ້າ​ພາບ​ຝ​ໃຫ​້​ມີ​ປະ​ສິດ​ທິ​ຜົນ​ກວ່າ. ດ້ວຍ​ຈິດ​ໃຈ “ປະ​ຊາ​ຄົມ​ໜຶ່ງ, ຊາ​ຕາ​ກຳ​​ດຽວ” ແລະ ຫຼັກ​ການ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຂອງ​ອາ​ຊຽ​ນ, ບັນ​ດາ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ, ຫົວ​ໜ້າ​ຜູ້​ຕາງ​ໜ້າ​ອາ​ຊຽນ ປະ​ຈຳ Islammabad ເຫັນ​​ດີກຳ​ນົດ​ທິດ ແລະ ​ການ​ເຄື່ອນ​ໄຫ​ວ​ລະ​ອຽດ​ບາງ​ຢ່າງ​ຂອງ AIC ໃນ​ປີ 2016 ໂ​ດຍ​ຫວຽດ​ນາມ ເປັນ​ປະ​ທານ.

ຂ່າວ/ບົດ​ອື່ນ