ຄະນະຈັດຕັ້ງສູນກາງຕ້ອງປະຕິບັດວຍກງານຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມເປັນຢ່າງດີ

ຄະນະຈັດຕັ້ງສູນກາງຕ້ອງປະຕິບັດວຍກງານຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກກອມມູນິດຫວຽດນາມເປັນຢ່າງດີ - ảnh 1
(ທ່ານ ​ໂຕ​ຮຸຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ,
​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ)


(vovworld) – ຄະນະ​ຈັດ​ຕັ້ງ​ສູນ​ກາງ ຕ້ອງ​ປະຕິບັດ​ວຽກງານ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ເປັນ​ຢ່າງ​ດ​ີ, ນັ້ນ​ແມ່ນຄຳ​ຢືນຢັນ​ຂອງ​ທ່ານ ​ໂຕ​ຮຸຍ​ເຣື໋ອ, ກຳມະການ​ກົມ​ການ​ເມືອງ, ​ເລຂາ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ, ຫົວໜ້າ​ຄະນະ​ຈັດ​ຕັ້ງ​ສູນ​ກາງ, ທີ່​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ປີ 2015 ຂອງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 27/01, ຢູ່​ຮ່າ​ໂນ້ຍ. ທ່ານ ​ໂຕ​ຮຸຍ​ເຣື໋ອ ຊີ້​ແຈ້ງວ່າ​, ປີ 2015, ຄະນະ​ຈັດ​ຕັ້ງ​ສູນ​ກາງ ຕ້ອງ​ເປັນ​ເສນາ​ທິການ​ສ້າງທິດ​ທາງ​ວຽກ​ງານ​ບຸກຄະລາ​ກອນ ​ແລະ ຜັນ​ຂະຫຍາຍ​ຂໍ້​ກຳນົດ​ແນະນຳ​ບຸກຄະລາ​ກອນ​​ໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກ​ຄັ້ງ​ທີ 12 ຢ່າງ​ແໜ້ນ​ແຟ້ນ; ພ້ອມ​ກັນ​ນັ້ນ, ສືບ​ຕໍ່​ເປັນ​ເສນາ​ທິການ, ປະຕິບັດ​ບັນດາ​ມະຕິ​ຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງພັກຊຸດ​ທີ 11 ​ແລະ ບັນດາ​ໜ້າ​ທີ່​ເປັນ​ປະຈຳ​ຂອງ​ວຽກ​ງານ​ຈັດ​ຕັ້ງ​ກໍ່ສ້າງ​ພັກ. ພ້ອມ​ທັງປັບປຸງ​ບຸລະນະ​ກົງຈັກ​, ຍົກ​ສູງ​ຄຸນ​ນະພາ​ບຖັນ​ແຖວ​ພະນັກງານ, ລັດຖະກອນ ​ແລະ ສ້າງ​ຄະນະ​ຈັດ​ຕັ້ງ​ສູນ​ກາງ​ໃຫ້​ໝັ້ນຄົງ, ​ເຂັ້ມ​ແຂງ, ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີ​ມສະຫຼອງ 85 ປີ​ແຫ່ງ​ວັນ​ມູນ​ເຊື້ອ​ຂະ​ແໜງ​ຈັດ​ຕັ້ງ​ການ​ກໍ່ສ້າງ​ພັກ.
ຂ່າວ/ບົດ​ອື່ນ