ຄະນະຊີ້ນຳເຂດໄຕງວຽນ ຜັນຂະຫຍາຍໜ້າທີ່ປີ 2015

ຄະນະຊີ້ນຳເຂດໄຕງວຽນ ຜັນຂະຫຍາຍໜ້າທີ່ປີ 2015 - ảnh 1
ທ່ານ​ພົນ​ເອກ ​ເຈິ​ນດ້າຍ​ກວາງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ
ພາບ:tinmoi.com

(vovworld) - ​ ວັນ​ທີ 26/1, ທີ່​ນະຄອນ​ບວນມາ​ທວດ, ​ແຂວງ​ດັກ​ລັກ, ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມ​ຜັນ​ຂະຫຍາຍ​ໜ້າ​ທີ່​ວຽກ​ງານ​ປີ 2015. ທ່ານ​ພົນ​ເອກ ​ເຈິ​ນດ້າຍ​ກວາງ ກຳມະການ​ກົມ​ການ​ເມືອງ, ລັດຖະມົນຕີ​ວ່າການ​ກະຊວງ​ຕຳຫຼວດ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ເປັນ​ປະທານ​ກອງ​ປະຊຸມ.

        ທ່ານ​​ເຈິ​ນດ້າຍ​ກວາງ ລັດຖະມົນຕີ​ວ່າການ​ໄດ້​ຊີ້​ນຳນຳພາບັນດາ​ແຂວງ​ໄຕ​ງວຽນ ສຸມ​ໃສ່​ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່ກອງ​ປະຊຸມ​ໃຫຍ່​ພັກ​ທຸກ​ຊັ້ນ, ກ້າວໄປ​ເຖິງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ ​ແລະ ບັນດາ​ເຫດການ, ວັນ​ບຸນ​ໃຫຍ່​ທີ່​ສຳຄັນຂອງ​ປະ​ເທດ​ຊາດ​ໃນ​ປີ 2015. ທ່ານ​ລັດຖະມົນຕີ​ວ່າການ ຮຽກຮ້ອງ​ໃຫ້​ບັນດາ​ທ້ອງ​ຖິ່ນ​ເພີ່ມ​ທະວີການ​ປະສານ​ສົມທົບ​ກັນຕ້ອງກຳ​​ໄດ້ສະພາບ​ການ, ຄົ້ນ​ພົບ, ຕໍ່ສູ້     ສະກັດ​ກັ້ນ​ກົນ​ອຸບາຍ​, ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກຢ່າງ​​ທັນ​ການຮັບປະກັນການ​ຮັບ​ໃຊ້​ຄວາມ​ຮຽກຮ້ອງ​ຕ້ອງການ​ການ​ພັດ ທະນາ​ເສດຖະກິດ-​ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ, ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ​ເຂດ​ໄຕ​ງວຽນ. ທ່ານ​​ເຈິ​ນດ້າຍ​ກວາງ ລັດຖະມົນຕີ​ວ່າ ການ ສະ​ເໜີ​ໃຫ້​ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ສືບ​ຕໍ່​ຄົ້ນ​ຄ້ວາ, ສະ​ເໜີ​ກົນ​ໄກ​ພິ​ເສດສະ​ເພາະ ​ເພື່ອ​ລະດົມ​ບັນດາ​ແຫຼ່ງກຳລັງ​ຮັບ​ໃຊ້ການ​ເຊື່ອມ​ຕໍ່​ພື້ນຖານ ໂຄງ​ລ່າງ​ຄົມມະນາຄົມ​ໃນ​ບໍລິ​ເວນ​​ເຂດ​ໄຕ​ງວຽນ ​ແລະ ​ເຂດ​ອ້ອມ​ຂ້າງ.

        ​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ຊີ້​ນຳ​ເຂດ​ໄຕ​ງວຽນ ​ໄດ້​ມອບ​ຂອງຂວັນ 16.000 ພູດ, ມີ​ມູນ​ຄ່າ 8 ຕື້​ດົ່ງ​ໃຫ້​ແກ່​ບັນດາ​ຄອບຄົວ​ນະ​ໂຍບາຍ​ຢູ່​ບັນດາ​ແຂວງ​ໄຕ​ງວຽນ ​ແລະ ບັນດາ​ແຂວງ​ທີ່ຕິດ​ກັບ​ເຂດ​ໄຕ​ງວຽນ.

ຂ່າວ/ບົດ​ອື່ນ