ຄະນະຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈີມິນ

(VOVWORLD) - ເມື່ອໄປຮອດແຂວງເງະອານ, ຄະນະໄດ້ໄປຖະຫວາຍດອກໄມ້ ອາໄລຫາການນຳຜູ້ທີ່ປີຊາສາມາດຂອງຊາດ ຫວຽດນາມ ຢູ່ສະໜາມຫຼວງ ໂຮ່ຈີມິນ ໃນນະຄອນ ວີງ
ຄະນະຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດຢ້ຽມຢາມບ້ານເກີດຂອງປະທານ ໂຮ່ຈີມິນ - ảnh 1ຄະນະໄດ້ຖະຫວາຍດອກໄມ້ ອາໄລຫາ ປະທານໂຮ່ຈີມິນ

ໃນຂອບເຂດບັນດາການເຄື່ອນໄຫວໃນຄ້າຍພັກແລ້ງ ຫວຽດນາມ ຈັດຕັ້ງໃນວັນທີ 10 – 25 ກໍລະກົດ, ວັນທີ 14 ກໍລະກົດ, ຄະນະຊາວໜຸ່ມ, ເຍົາວະຊົນ ຫວຽດນາມ ອາໄສຢູ່ຕ່າງປະເທດ ເຊິ່ງລວມມີຜູ້ແທນ 120 ຄົນທີ່ມາຈາກ 29 ປະເທດ ແລະ ເຂດແຄ້ວນ, ໄດ້ໄປຢ້ຽມຢາມບ້ານເກີດປະທານໂຮ່ຈີມິນ ແລະ ເຂົ້າຮ່ວມການເຄື່ອນໄຫວມີປະໂຫຍດຫຼາຍຢ່າງ.

        ເມື່ອໄປຮອດແຂວງເງະອານ, ຄະນະໄດ້ໄປຖະຫວາຍດອກໄມ້ ອາໄລຫາການນຳຜູ້ທີ່ປີຊາສາມາດຂອງຊາດ ຫວຽດນາມ ຢູ່ສະໜາມຫຼວງ ໂຮ່ຈີມິນ ໃນນະຄອນ ວີງ; ສືບຕໍ່ເດີນທາງໄປບ້ານແຊນ - ນາມດ່ານ ເຊິ່ງແມ່ນບ້ານເກີດຂອງປະທານໂຮ່ຈີມິນ…

        ເນື່ອງໃນໂອກາດນີ້, ຄະນະໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນ 10 ພູດໃຫ້ແມ່ ຫວຽດນາມ ວິລະຊົນ ແລະ 8 ຄອບຄົວມີຄຸນງາມຄວາມດີຕໍ່ການປະຕິວັດໃນບໍລິເວນນະຄອນ ວີງ, ຂອງຂວັນແຕ່ລະພູດມີມູນຄ່າ 2 ລ້ານດົ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ