ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກປຊຊປະຕິວັດລາວ

ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມສົ່ງສານອວຍພອນເຖິງຄະນະບໍລິຫານງານສູນກາງພັກປຊຊປະຕິວັດລາວ - ảnh 1
(ພາບ​ປະ​ກອບ​ອີ​ນ​ເຕີ​ແນັດ)

(vovworld) - ​​​​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 62 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັກ​​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ (22/03/1955 – 22/03/2017), ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ໄດ້​ສົ່ງ​ສານ​ອວຍ​ພອນ​ເຖິງ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ. ເນື້ອ​ໃນ​ສາ​ນວອຍ​ພອນ​ມີ​ຕອນ​ຂຽນ​ວ່າ.

        ພັກ​ກອມ​ມູ​ນິດ​ຫວຽດ​ນາມ ແລະ ປະ​ຊ​າ​ຊົນ​ຫວຽດ​ນາມ ຊົມ​ເຊີຍ​ບັນ​ດາ​ຜົນ​ງານ​ເຊິ່ງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ແລະ ປະ​ຊາ​ຊົນ​ລາວ ອ້າຍ​ນ້ອງຍາດ​ມາ​ໄດ້ ພາຍ​ຫຼັງໄລ​ຍະ 30 ປີ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ກວ່າ​ໜຶ່ງ​ປີ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ປະ​ຕິ​ບັດມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ. ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ວິ​ວັດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ຂອງ​ລາວ ຢ່າງ​ແຮງ ແລະ ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່​ວ່າ, ສືບ​ຕໍ່​ມູນ​ເຊື້ອ ແລະ ເສີມ​ຂະ​ຫຍາຍ​ບັນ​ດາ​ຜົນ​ງານ​ທີ່​ບັນ​ລຸ​ໄດ້, ພາຍ​ໃຕ້​ການ​ຊີ້​ນຳ​ນຳ​ພາ​ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ຊ​າ​ຊົນ​ລາວ ​ບັນ​ດາ​ເຜົ່າ ສືບ​ຕໍ່​ຍາດ​ໄດ້​ຜົນ​ງານ​ໃໝ່​ຫຼາຍ​ຢ່າງ, ໃຫຍ່​ຫຼວງກວ່າ ໃນ​ວິ​ວັດ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່​ກວ່າ​ອີກ, ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ 10 ຂອງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ຢ່າງ​ມີ​ໄຊ; ສ້າງ​ສາ​ປະ​ເທດ​ລາວ ແຫ່ງ​ສັນ​ຕິ​ພາບ, ເອ​ກະ​ລາ​ດ, ປະ​ຊາ​ທິ​ປະ​ໄຕ, ເອ​ກະ​ພາບ ແລະ ຈະ​ເລີນ​ຮຸ່ງ​ເຮືອງ ຕາມ​ເປົ້າ​ໝາຍ​ສັງ​ຄົມ​ນິ​ຍົມ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ທ່ານ​ຫົວ​ໜ້າ​ຄະ​ນະ​ພົວ​ພັ​ນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ຮ່​ວາງ​ບິ່ງກວນ​ ກໍ່​ສົ່ງ​ສານອວຍ​ພອນ​ເຖິງ​ຫົວ​ໜ້າ​ຄະ​ນະ​ພົວ​ພັ​ນ​ຕ່າງ​ປະ​ເທດ​ສູນ​ກາງ​ພັກປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ ທ່ານ​ນາງ ສູນ​ທອນ ໄຊ​ຍະ​ຈັກ ແລະ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ​ສູນ​ກາງ ກໍ​ໄດ້​ໄປ​ອວຍ​ພອນ​ສະ​ຖານ​ທູດ​ ສ​ປ​ປ​.ລາວ ປະ​ຈຳ​ຫວຽດ​ນາມ.

ຂ່າວ/ບົດ​ອື່ນ