ຄະນະປະຈຳສະພາ ແຫ່ງຊາດໃຫ້ຄຳເຫັນ ກ່ຽວກັບລາຍການ ເຄື່ອນໄຫວຕິດຕາມ ກວດກາ


ຄະນະປະຈຳສະພາ ແຫ່ງຊາດໃຫ້ຄຳເຫັນ ກ່ຽວກັບລາຍການ ເຄື່ອນໄຫວຕິດຕາມ ກວດກາ - ảnh 1
(ພາບ: http://noichinh.vn)

 (vovworld)- ສືບ​ຕໍ່​ວາລະ​ປະຊຸມ​ຄັ້ງທີ 27,​ ຕອນ​ເຊົ້າວັນ​ທີ 18/4, ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ​ໃຫ້​ຄຳ​ເຫັນ​ກ່ຽວ​ກັບ​ການ​ຄາດ​ຄະ​ເນລາຍການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາຂອງ​ສະພາ​ແຫ່ງ​ຊາດ. ​ເມື່ອປຶກສາ​ຫາລື​ກ່ຽວ​ກັບ​ເນື້ອ​ໃນ​ດັ່ງກ່າວ​ໃນ​ວາລະ​ປະຊຸມ​​ໃນ​ຕອນ​ເຊົ້າວັນ​ທີ 18/4, ບັນດາ​ຜູ້​ແທນ​ຖື​ວ່າ, ການ​ເຄື່ອນ​ໄຫວ​ຕິດຕາມ​ກວດກາມີ​ການ​ປະຕິ​ຮູບ​ຫຼາຍ​ຢ່າງ​ໃນ​ດ້ານ​ເນື້ອ​ໃນ ​ແລະ ຮູບ​ການ​ເຄື່ອນ​ໄຫວ ​ແຕ່​ການ​ຕິດຕາມ​ກວດກາຄວນ​ລົງ​ເລິກ​ກ່ວາ, ຫລຸດຜ່ອນ​ບັນດາ​ຫົວ​ເລື່ອງ​ສະ​ເພາະ​ທີ່​ເປັນ​ຈຸດ​ສຸມ.  ທ່ານ​ຟານ​ຈຸ​ງລີ, ຫົວໜ້າກຳມາ​ທິຫານກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ຍົກ​ຄຳ​ເຫັນ​ວ່າ:

  “​ໃນ 6 ຫົວ​ເລື່ອງ​ສະ​ເພາະ, ຂ້າພະ​ເຈົ້າສະ​ເໜີ​ເລືອກ​ເອົາ 2 ຫົວ​ເລື່ອງ​ສະ​ເພາະ​ຄື: ຫົວ​ເລື່ອງ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຫົວ​ເລື່ອງຂອງຄະນະ​ປະຈຳສະພາ​ແຫ່ງ​ຊາດ​ເພື່ອ​ຕິດຕາມ​ກວດກາ. ສຳລັບ​ຫົວ​ເລື່ອງ​ຕິດຕາມ​ກວດກາ​ຂອງ​ສະພາ​ແຫ່ງ​ຊາດ​ຂ້າພະ​ເຈົ້າສະ​ເໜີເລືອກ​ຫົວ​ເລື່ອງ​ການປະຕິບັດ​ນະ​ໂຍບາຍ, ກົດໝາຍ​ກ່ຽວ​ກັບ​ໂຄງການ​ກໍ່ສ້າງ​ຊົນນະບົດ​ໃໝ່. ສ່ວນ​ການ​ຕິດຕາມ​ກວດກາ​ກ່ຽວກັບ​ສະພາບ​ຕັດສິນ​ລົ​ງ​ໂທ​ດບໍ່​ຖືກຕ້ອງການ​
ໃນເຄື່ອນ​ໄຫວ​ດຳ​ເນີນ​ຄະດີ​ອາຍາ ​ແລະ ການ​ຊົດ​ເຊີຍ​ໃຫ້​ຜູ້​ຖືກ​ຕັດສິນ​ລົ​ງ​ໂທ​ດບໍ່​ຖືກຕ້ອງຕາມ​ກົດໝາຍ​ຮັບຜິດຊອບ​ຊົດ​ເຊີຍ​ຂອງ​ລັດ ​ແມ່ນ​ມອບ​ໃຫ້ເລື່ອງຂອງຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
ຮັບຜິດຊອບ“

ຂ່າວ/ບົດ​ອື່ນ